ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2022, ທ່ານ ທະນົງສິນ ກັນລະຍາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ປະກອບຄໍາຄິດເຫັນ ແລະ ມີຄໍາຊັກຖາມຕໍ່ກັບວຽກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບການນຳໃຊ້ວິທີການຄົ້ນຄວ້າການຮຽນ-ການສອນທາງອອນລາຍໃນປະຈຸບັນ.
ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາຄິດເຫັນໃນຂົງເຂດວຽກງານກະຊວງເຕັກໂນໂລຊີ ແລະ ການສື່ສານ.
