
ໃນລະຫວ່າງວັນທີ 13-15 ພຶດສະພາ 2024 ນີ້, ເຊິງນໍາໂດຍນາງ ວັນນາ ພົນວິສອນ ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 7 ເລຂາທິການສະພາປະຊາ ຊົນແຂວງໄຊຍະບູລີ. ແລະ ທ່ານ ເຊັງວິໄລ ຊົງ ຮອງປະ ທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດຫມາຍ ແລະ ບັນດາມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວວຽກ ງານ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ;

ແລະ ຊຸກຍູ້ກ່ຽວກັບອັດຕາການປະ ລະການຮຽນ, ບັນຫາຄູເຫຼືອ-ບໍ່ພໍ ແລະ ຄຸນນະພາບການຮຽນ-ການສອນ ຢູ່ທີເມືອງປາກລາຍ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງບັນດາຄະນະນໍາຂອງບັນດາເມືອງດັ່ງກ່າວ ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຂົງເຂດວັດ ທະນະທຳ-ສັງຄົມ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ວັນນາ ພົນວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ເລຂາທິການສະພາປະຊາຊົນ ແຂວງໄຊຍະບູລີ ໄດ້ສະເໜີຈຸດປະສົງໃນການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້. ຈາກນັ້ນ, ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ໃນໄລຍະ 3 ເດືອນຜ່ານມາ, ໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ

ຢູ່ພາຍໃນເມືອງຂອງຕົນແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ເສດຖະກິດກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ແລະ ສະເໜີຕໍ່ສະພາເພື່ອເປັນບ່ອນອີງໃນການປັບປຸງແກ້ໄຂບັນຫາຄົງຄ້າງ ແລະ ທັງເປັນການກະກຽມທາງດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ໄດ້ຮັບການຄົນຄວ້າພິຈານາ ແລະ ຮັບຮອງ,ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເຮັດໃຫ້ບັນດາເມືອງດັ່ງກ່າວໄດ້ຮັບການພັດທະນາດີຂື້ນ.

ໃນການລົງມາເຄື່ອນໄຫວວຽກງານຢູ່ບັນດາເມືອງດັ່ງກ່າວໃນຄັ້ງນີ້, ຍັງໄດ້ລົງຕິດຕາມສະພາບ ແລະ ເກັບກໍາຂໍ້ມູນ ຢູ່ ໂຮງຮຽນ ມສ ນໍ້າພູນ, ໂຮງຮຽນປະຖົມນໍ້າຊົ້ງ ເມືອງປາກລາຍ; ໂຮງຮຽນ ມສ ບໍ່ແຕນມີໄຊ, ໂຮງຮຽນ ມສ ບໍ່ແຕນ ເມືອງບໍ່ແຕນ ແລະ ໂຮງຮຽນ ມສ ຫ້ວຍເລິກ, ໂຮງຮຽນປະຖົມ ຫ້ວຍເລິກ ເມືອງແກ່ນທ້າວ. ພ້ອມທັງນໍາເອົາເຄື່ອງອຸປະກອນການຮຽນ, ເຄື່ອງກິລາ ແລະ ເຄື່ອງບັນເທົາທຸກ ມາແຈກຍ້າຍມອບໃຫ້ແກ່ໂຮງຮຽນດັ່ງກ່າວນີ້, ລວມມູນຄ່າທັງໝົດ 10. 747. 000 ກີບ ຕື່ມອີກ.
ໂດຍ:ອິນທີ ຂຽວສີຟ້າ