ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ7 ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້  ມະຕິກອງປະຊຸມປະຈໍາປີ 2023 ຢູ່ທີ່ເມືອງເງິນ

ຕ.ລ. 18, 2023

ໃນວັນທີ 12 ຕຸລາ 2023 ຜ່ານມານີ້ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກທີ7 ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດຫມາຍ ແລະ ມະຕິກອງປະຊຸມ ປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຊຸດທີ II ຢູ່ທີເມືອງເງິນ ແຂວງໄຊຍະບູລີ ເຊິງນຳໂດຍທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ເລຂາທິການສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ,ໂດຍໃຫ້ການຕ້ອນຮັບຂອງທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ຂົງເຂດເສດຖະກິດ, ແຜນການແລະການເງິນ,ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ຂົງເຂດຍຸຕິທຳ, ປກຊ-ປກສ ພ້ອມດ້ວຍພະນັກງານ-ວິຊາການ ທີ່ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດທີ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ7 ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດຫມາຍ ໃນຄັ້ງນີ້; ຢູ່ທີເມືອງເງິນ ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມ ຢູ່ພາຍໃນເມືອງ ຕໍ່ການລົງມາຕິດຕາມຊຸກຍູ້ໃນເທື່ອນີ້ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດຢູ່ພາຍໃນເມືອງ ແລະ ໃນໄລຍະ 9 ເດືອນຜ່ານມາໂດຍລວມແລ້ວເມືອງເງິນແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມຍັງສືບຕໍ່ມີຄວາມສະຫງົບປອດໄພໂດຍພື້ນຖານ  ເສດຖະກິດ ກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ທັງໄດ້ຮັບການຈັດຕັ້ງປະຕິບັດໄດ້ມີຜົນສຳເລັດຕາມຄາດໝາຍ ແລະ ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ມະຕິສະບັບເລກທີ 26/ຄປຈ.ຊຍ, ລົງວັນທີ 23/5/2022 (ມີດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຄືແນວໃດ) ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ແລະ ສະເໜີຕໍ່ສະພາເພື່ອເປັນບ່ອນອີງໃນການປັບປຸງແກ້ໄຂບັນຫາຄົງຄ້າງ ໃຫ້ໄດ້ຮັບການຄົ້ນຄວ້າພິຈາລະນາ ແລະ ຮັບຮອງ, ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເຮັດໃຫ້ເມືອງເງິນ ໄດ້ຮັບການພັດທະນາດີຂື້ນ ແລະ ໃນໂອກາດນີ້ຄະນະທິມງານດັ່ງກ່າວຍັງໄດ້ໄປຢ້ຽງຢາມພື້ນທີ່ການຜະລິດຕົວຈິງຂອງເມືອງ ແລະ ໃນການລົງຕິດຕາມກວດກາໃນຄັ້ງນີ້ແມ່ນໄດ້ຮັບງົບປະມານອັດຕາກີນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ (STEPS).

                                                                                                                                                                                                                                                                                 ໂດຍ: ອິນທີ ຂຽວສີຟ້າ