ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 9 ມອບຄອມພິວເຕີໃຫ້ກອງພັນໃຫຍ່643

ທ.ວ. 5, 2025

ໃນວັນທີ 1 ທັນວາ 2025  ຢູ່ທີ່ກອງພັນໃຫຍ່ 643ໄດ້ມີພີທີມອບ-ຮັບຄອມພິວເຕີ ໂດຍການກ່າວມອບ ຂອງ ທ່ານ ນາງ ສົດທິດາ ທິບມູນຕາລີ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັັນດາເຜົ່າສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9  ແລະ ການກ່າວຮັບຂອງ ທ່ານ ພັທ ອຸ່ນຄໍາ ນັນທະວົງ ຮອງຫົວໜ້າການເມືອງກອງພັນໃຫຍ່643 ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 643 ໂດຍຊ່ອງໜ້ານາຍ ແລະ ພົນທະຫານ,  ແລະ ພະນັກງານສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.

ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກອງພັນໃຫຍ່ 643ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນ​ກວ່າ​ເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ມີຄອມພິວເຕີ 1 ເຄື່ອງ, ມູນຄ່າທັງໝົດ 7.000.000 ກີບ ເຊິ່ງຄອມດັ່ງກ່າວແມ່ນໄດ້ຮັບການລະດົມຂົນຂວາຍຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ່ໄດ້ຮັບການອຸປະຖໍາຈາກກະຊວງສຶກສາທິການ ແລະ ກິລາ. ໃນ​ພິທີ ທ່ານ ນາງສົດທິດດາ ທິບມູນຕາລີ ​ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ຕໍ່ກັບກອງພັນໃຫຍ່ 643 ຈົ່ງນໍາ​ເອົາອຸປະກອນ​ດັ່ງກ່າວ ​ໄປ​ນໍາ​ໃຊ້​ໃຫ້​ສອດຄ່ອງ​ ​ແລະ ເໝາະ​ສົມກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານຂອງ​ຕົນ ​ໃຫ້​ສະດວກ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ ແລະ ຈົ່ງ​ຊ່ວຍ​ກັນ​ປົກ​ຮັກສາ, ຊົມ​ໃຊ້​ໃຫ້​ໄດ້​ຍາວ​ນານ ແລະ ໃນ​ຕອນ​ທ້າຍ​ຂອງ​ ທ່ານ ພັທ ອຸ່ນຄໍາ ນັນທະວົງ ​ ສະແດງຄວາມຂອບໃຈມາຍັງສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ,  ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະ​ນໍາໃຊ້​ເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ ແລະ ປົກ​ປັກ​ຮັກສາ​​ອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ​ຢ່າງ​ຍາວນານ ​ແລະ ທ່ານ​ຍັງ​ຫວັງ​ວ່າ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ຕ່າງໆ ຈາກ​ສະພາ​ປະຊາຊົນ​ແຂວງ​ຕື່ມ​ອີກໃນ​ຕໍ່ໜ້າ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ