ໃນວັນທີ 3 ກັນຍາ 2025 ຢູ່ທີ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງໄດ້ມີພີທີມອບ-ຮັບຄອມພິວເຕີ ໂດຍຕ່າງໜ້າກ່າວມອບ ຂອງ ທ່ານ ນາງ ສົດທິດາ ທິບມູນຕາລີ ຮອງ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັັນດາເຜົ່າສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແລະ ການກ່າວຮັບຂອງ ທ່ານ ເພັດສະໝອນ ດາວົງສອນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍຊ່ອງພະນັກງານຂອງຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ພະນັກງານສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານລວມຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ມີຄອມພິວເຕີໂນດບຸກ 1 ເຄື່ອງ, ມູນຄ່າທັງໝົດ 8.000.000 ກີບ ເຊິ່ງຄອມດັ່ງກ່າວແມ່ນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງໄດ້ລະດົມຂົນຂວາຍ ແລະ ໄດ້ຮັບການອຸປະຖໍາຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນຕອນທ້າຍຂອງ ທ່ານ ເພັດສະໝອນ ດາວົງສອນ ສະແດງຄວາມຂອບໃຈມາຍັງສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ ແລະ ປົກປັກຮັກສາອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ຢ່າງຍາວນານ ແລະ ທ່ານຍັງຫວັງວ່າໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆ ຈາກສະພາປະຊາຊົນແຂວງຕື່ມອີກໃນຕໍ່ໜ້າ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ