ໃນວັນທີ 18 ສິງຫາ 2025 ຢູ່ທີ່ກອງບັນຊາການທະຫານແຂວງໄດ້ມີພີທີມອບ-ຮັບຄອມພິວເຕີ ໂດຍຕ່າງໜ້າກ່າວມອບ ຂອງ ທ່ານ ຄໍາແພງ ທໍາມະວອນ ຄະນະປະຈໍາສະພາປະຊາຊົນແຂວງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັັນດາເຜົ່າສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແລະ ການກ່າວຮັບຂອງ ທ່ານ ວັນທອງ ພົງສະຫວັນ ຫົວໜ້າກອງບັນຊາການທະຫານແຂວງຊຽງຂວາງ ໂດຍຊ່ອງໜ້ານາຍ ແລະ ພັນທະຫານກອງບັນຊາການທະຫານແຂວງ ແລະ ພະນັກງານສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານລວມຂອງພະແນກນະໂຍບາຍ ກອງບັນຊາການທະຫານແຂວງຊຽງຂວາງ ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ມີຄອມພິວເຕີໂນດບຸກ 1 ເຄື່ອງ, ມູນຄ່າທັງໝົດ 8.500.000 ກີບ ເຊິ່ງຄອມດັ່ງກ່າວແມ່ນໄດ້ຮັບການອຸປະຖໍາຈາກທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 9. ໃນພິທີ ທ່ານ ຄໍາແພງ ທໍາມະວອນ ໄດ້ມີຄໍາເຫັນໂອ້ລົມຕໍ່ກັບ ພະແນກນະໂຍບາຍ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ຈົ່ງນໍາເອົາອຸປະກອນດັ່ງກ່າວ ໄປນໍາໃຊ້ໃຫ້ສອດຄ່ອງ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສະດວກຍິ່ງຂຶ້ນກວ່າເກົ່າ ແລະ ຈົ່ງຊ່ວຍກັນປົກຮັກສາ, ຊົມໃຊ້ໃຫ້ໄດ້ຍາວນານ ແລະ ໃນຕອນທ້າຍຂອງ ທ່ານ ວັນທອງ ພົງສະຫວັນ ສະແດງຄວາມຂອບໃຈມາຍັງສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ ແລະ ປົກປັກຮັກສາອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ຢ່າງຍາວນານ ແລະ ທ່ານຍັງຫວັງວ່າໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆ ຈາກສະພາປະຊາຊົນແຂວງຕື່ມອີກໃນຕໍ່ໜ້າ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ