ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງປາກກະດິງ

ມ.ກ. 24, 2024

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ໃນວັນທີ 18 ມັງກອນ 2024 ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກກະດິງ, ການນໍາຂອງເມືອງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ວິຊາການຊ່ວຍວຽກຈໍານວນໜຶ່ງ ໄດ້ລົງ​ເຄື່ອນ​ໄຫວພົບປະ-ປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບ້ານປາກສາ ເມືອງປາກກະດິງ ໃຫ້ກຽດນໍາພາໂດຍ ທ່ານ ໜູພັນ ອຸດສາ  ຫົວໜ້າກົມອາຊີວະສຶກສາ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງປາກກະດິງ ຈຸດປະສົງ​ກໍ​ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ ​ແລະ ​ເຂົ້າ​ໃຈ ເຖິງບັນດາເນື້ອໃນສໍາຄັນຕ່າງໆ ຂອງກອງປະຊຸມ ທີ່​ໄດ້​ຄົ້ນຄວ້າ, ພິຈາລະນາ​ຮັບຮອງ ​ເອົາ​ບັນຫາ​ສໍາຄັນ​ຕ່າງໆຂອງ​ຊາດ ​ແລະ ​ແຂວງ​ບໍລິ​ຄໍາ​ໄຊ ແລະ ທັງເປັນການລົງ​ມາຢ້ຽມຢາມຖາມຂ່າວ, ຮັບຟັງຄໍາຄິດ-ຄໍາເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນ ຜູ້ທີ່ມີສິດເລືອກຕັ້ງພາຍໃນບ້ານ.

ຂ່າວ:ພອນໄຊ; ພາບ: ຈັກກະພັນ