ສະມາຊິກສະພາປະຊາຊົນແຂວງ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງນານ, ແຂວງຫຼວງພະບາງ

ກ.ຍ. 2, 2025

ໃນລະຫວ່າງ ວັນທີ 1820 ສິງຫາ 2025 ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນານ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ 4 ຈຸດ ຂອງເມືອງນານ, ລວມມີ 4ບ້ານຄື: ບ້ານປ່າໄຜ່, ບ້ານສີມຸງຄຸນ, ບ້ານນາເຄິນ ແລະ ບ້ານສີວິໄລ ເຊິ່ງໄດ້ມີຜູ້ເຂົ້າຮ່ວມຮັບຟັງ ຈາກອົງການປົກຄອງບ້ານດັ່ງກ່າວ, ເຖົ້າແກ່ແນວໂຮມ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 274 ທ່ານ, ຍິງ 177 ທ່ານ.

 

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອນໍາເອົາຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II ມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ, ບັນຫາສໍາຄັນພື້ນຖານຂອງແຂວງ ທີ່ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ເປັນຕົ້ນແມ່ນ ການພິຈາລະນາຮັບຮອງເອົາ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ 2025, ພິຈາລະນາຮັບຮອງເອົາການຈັດຕັ້ງປະຕິບັດວຽກງານຂອງ ສະພາປະຊາຊົນແຂວງ ໃນໄລຍະ 6ເດືອນຕົ້ນປີ 2025 ແລະ ການຈັດຕັ້ງປະຕິບັດວຽກງານຂອງອົງການຕຸລາການ ໃນໄລຍະ 6 ເດືອນຕົ້ນປີ ເພື່ອໃຫ້ອົງການປົກຄອງຂັ້ນທ້ອງຖິ່ນກໍຄືອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ຂັ້ນຮາກຖານ ໂດຍສະພາະແມ່ນຂັ້ນບ້ານ.

ເຊິ່ງການລົງເຜີຍແຜ່ແຕ່ລະຈຸດນັ້ນ ຍັງໄດ້ຮັບຟັງການລາຍງານຈາກອົງການປົກຄອງຂັ້ນບ້ານ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າພໍ່ແມ່ປະຊາຊົນສ່ວນໃຫຍ່ ແມ່ນມີອາຊີບປູກຝັງ, ລ້ຽງສັດ ແລະ ບໍລິການ-ຄ້າຂາຍເປັນຕົ້ນຕໍ, ນອກຈາກນີ້ ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນໃນປະຈຸບັນ, ໃນນີ້ ມີບາງຄໍາສະເໜີແມ່ນໄດ້ຊີ້ແຈງແລ້ວກັບທີ່ ແລະ ບາງຄໍາສະເໜີແມ່ນໄດ້ສັງລວມ ເພື່ອສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນແຂວງ ພິຈາລະນາກວດກາຄືນ ເພື່ອແກ້ໄຂໃຫ້ທັນກັບສະພາບການ; ໃນໂອກາດດັ່ງກ່າວ ທ່ານ ນາງ ແກ້ວລາ ມະນີຈິດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະພັກ, ອົງການປົກຄອງບ້ານ ທີ່ໄດ້ມີການນໍາພາ-ຊີ້ນໍາ ເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ມີຄວາມສະຫງົບສຸກ, ມີຄວາມສາມັກຄີ ແລະ ການດໍາລົງຊີວິດທີ່ມີມູນເຊື້ອໃນການອອກແຮງງານ ເຮັດໃຫ້ການເກັບກູ້ຜົນຜະລິດໄດ້ຫຼາຍ ສາມາດສ້າງທ່າແຮງໃຫ້ແກ່ບ້ານໃນການກຸ້ມຕົນເອງ, ນອກຈາກນັ້ນ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງບ້ານ ໃຫ້ຂະຫຍາຍຕົວດີຂຶ້ນກວ່າເກົ່າ, ເອົາໃຈໃສ່ສົ່ງເສີມລູກຫຼານໃຫ້ຮັບການສຶກສາທີ່ດີ, ຫຼີກລ້ຽງຈາກສິ່ງເສບຕິດ, ມີສະຕິເຝົ້າລະວັງເພື່ອກຽມຮັບມືກັບບັນຫາໄພພິບັດທໍາມະຊາດທີ່ຈະເກີດຂຶ້ນໃນຕໍ່ໜ້າ, ມີສະຕິລະວັງຕົວປ້ອງກັນບັນຫາເລື່ອງອັກຄີໄຟທີ່ມັກເກີດຂຶ້ນໃນຊ່ວງລະດູຮ້ອນ ແລະ ເປັນເຈົ້າການຊ່ວຍກັນໃນການຕິດຕາມກວດກາ, ປ້ອງກັນຈາກກຸ່ມຄົນທີ່ບໍ່ດີ ທີ່ຫວັງຈະທໍາລາຍບ້ານເມືອງ.

      ຂ່າວ: ເພັດສະໝອນ ທໍາມຸງຄຸນ