
ໃນວັນທີ 13 ພຶດສະພາ 2024 ຜ່ານມານີ້. ທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ບຸນໄທ ສີເທບ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ. ໄດ້ລົງເຄື່ອນໄຫວຕິດຕາມກວກາ ແລະ ຊຸກຍູ້ກ່ຽວກັບອັດຕາການປະລະການຮຽນ, ບັນຫາຄູ່ເຫຼືອ-ບໍ່ພໍ ແລະ ຄຸນນະພາບການຮຽນ-ການສອນ ຢູ່ທີ່ເມືອງຄອບ ແຂວງໄຊຍະບູລີ ໃຫ້ກຽດເຂົ້າມີບັນດາຄະນະການນໍາຂອງເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຂົງເຂດວັດທະນະທໍາ-ສັງຄົມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນການລົງມາເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ຂອງອໍານາດການປົກຄອງເມືອງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍຫຍໍ້ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ,

ເພື່ອເປັນຂໍ້ມູນໃຫ້ແກ່ສະມາຊິກສະພາແຫ່ງຊາດ ປະຈໍາເຂເລືອກຕັ້ງ ນໍາສະເໜີຕໍ່ສະພາແຫ່ງຊາດ ແລະ ທັງເປັນການກະກຽມທາງດ້ານເນື້ອໃນແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ II. ຈາກນັ້ນຄະນະທິມງານຍັງໄດ້ລົງຢຽມຢາມໂຮງຮຽນ ມສ ເມືອງຄອບ ແລະ ໂຮງຮຽນປະຖົມປ່າຊາງ ພ້ອມທັງນໍາເອົາປື້ມຂຽນ 200 ໜ້າ ຈໍານວນ 100 ຫົວ ແລະ ເຄື່ອງບັນເທົາທຸກ ລວມມູນຄ່າທັງໝົດ 6. 091 000 ກີບ ນໍາມາມອບໃຫ້ແກ່ນ້ອງນັກຮຽນອີກຕື່ມ.

ໂດຍ:ອິນທີ ຂຽວສີຟ້າ