loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິກສະພາປະຊາຊົນແຂວງ ປະກອບຄໍາເຫັນຕໍ່ວຽກງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ

ທ.ວ. 27, 2023 | ເຂດ 10 ວຽງຈັນ

ມື້ທີ 2 ຂອງການດໍາເນີນ ກອງປະຊຸມສະໄໜສາມັນເທື່ອທີ່ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ພາກເຊົ້ານີ້ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ (2021-2023); ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ພ້ອມນີ້ຜູ້ແທນກອງປະຊຸມກໍ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ສະເໜີຊັກຖາມ ຊື່ງໂດຍລວມແລ້ວ ບັນດາຜູ້ແທນແມ່ນໄດ້ປະຕິບັດຕາມສິດ, ໜ້າທີ່ຂອງຕົນຢ່າງເຕັມສວນ ເຂົ້າໃນການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ ເພື່ອເຮັດໃຫ້ບົດລາຍງານການປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບການຄົ້ນຄວ້າຢ່າງເລິກເຊິ່ງ, ມີເນື້ອໃນສົມບູນ, ຈະແຈ້ງ ແລະ ຄົບຖ້ວນຂື້ນຕື່ມ ໄດ້ສະເໜີຊັກຖາມຕໍ່ 2 ພາກສວນຄື: ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໃຫ້ເປັນຮູບປະທໍາເປັນຕົ້ນ: ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ໃຫ້ເປັນສິນຄ້າສົ່ງອອກຢ່າງເຂັ້ມແຂງ, ການເກັບລາຍຮັບເຂົ້າງົບປະມານ ໃຫ້ສາມາດດຸ່ນດຽ່ງກັບລາຍຈ່າຍງົບປະມານ; ຍົກສູງການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍຢ່າງແຂງແຮງ ແລະ ໃຫ້ມີຜົນສັກສິດ ໂດຍສະເພາະໂຄງການລົງທຶນດ້ານແຮ່ທາດ, ຄຸ້ມຄອງສິ້ນຄ້າຕາມທອງຕະຫຼາດ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດທີ່ແຜ່ລາມຫຼາຍໃນສັງຄົມເວົ້າລວມ,ເວົ້າສະເພາະ ກໍຄືຢູ່ແຂວງວຽງຈັນ ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີການ,ມາດຕະການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ ແລະ ໃຫ້ມີຄວາມຮັດກຸມທີ່ສຸດ, ການຄຸ້ມຄອງ ຂອງກາງໃນຄະດີທີ່ຢຶດມາໄດ້ ຈະຕ້ອງໄດ້ມີການຈັດຕັ້ງໃຫ້ໄປຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

 

ໂອກາດດຽວກັນນັ້ນ ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຂື້ນອະທິບາຍຊີ້ແຈ້ງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາປະຊາຊົນແຂວງວຽງຈັນ  ພ້ອມທັງຮັບເອົາຄໍາຄິດຄໍາເຫັນ ເພື່ອໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງແກ້ໄຂເປັນຕົ້ນ: ຄຸ້ມຄອງການຊື້-ຂາຍ ສິນຄ້າເປັນເງິນຕາຊະຊາຍ, ຄຸ້ມຄອງອັດຕາແລກປຽນ, ຕ້ານການຟຸມເຟືອຍ, ການປະຢັດມັດທະຍັດ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໂດຍຖືເອົາວຽກງານໂຄສະນາ ສຶກສາອົບຮົມ ນໍາເອົາຂໍ້ກໍານົດກົດລະບຽບ, ກົດໝາຍຢາເສບຕິດ ແລ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ລົງເຜີຍແຜ່ຢູ່ ບັນດາບ້ານ,ໂຮງຮຽນແຫ່ງຕ່າງໆ ແນ່ໃສ່ສຶກສາອົບຮົມພະນັກງານ,ນັກຮຽນ, ນັກສຶກສາ ເພື່ອບໍ່ໃຫ້ໄປຫຍຸ້ງກ່ຽວພົວພັນກັບຢາເສບຕິດ ແລະ ເພີ່ມທະວີເອົາໃຈໃສ່ແກ້ໄຂ້ບັນຫາຮ້ານອິນເຕີເນັດ ເພື່ອເປັນການຫຼຸດຜ່ອນຫາງສຽງຈົ່ມວ່າຂອງສັງຄົມ.

ພາບ-ຂ່າວ ບູລາຕີ ແສນທະວົງ, ຄໍາພັນ ໄຊຍະປະຖຸມ