


ການລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃຫ້ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຮັບຮູ້ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ຖືກຕ້ອງຕາມເປົ້າໝາຍ ຕາມເງື່ອນໄຂແບບໃໝ່; ເພື່ອຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; ເພື່ອລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຊາບ, ເປັນການຫັນລົງຮາກຖານ, ພ້ອມທັງລົງເກັບກຳສະພາບການ, ຄໍາຄິດ, ຄຳເຫັນຂອງປະຊາຊົນຕໍ່ວຽກງານຄຸ້ມຄອງການບໍລິຫານລັດ;



ຂ່າວ:
ຂັນທອງ ໂພທິສັກ

ພາບ
ໄທ ເຊັງຫາ
