(ສພຊ) – ວັນທີ 1 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີພົບປະແລກປ່ຽນບົດຮຽນລະຫວ່າງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ ເຊິ່ງຝ່າຍລາວນໍາໂດຍສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຝ່າຍຫວຽດນາມນໍາໂດຍສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທຳ-ສັງຄົມ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ.
ໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະ ກໍແມ່ນການຮ່ວມມືແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ ລະຫວ່າງສອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ. ສະຫາຍ ຫງວຽນ ດັກ ວິງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຕີລາຄາສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ.
ການພົບປະໃນຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມຮັກແພງຖານອ້າຍນ້ອງ ເຊິ່ງທັງສອງຝ່າຍໄດ້ແຈ້ງສະພາບພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບຂອງຕົນໃຫ້ກັນຊາບ, ສະ ຫຼຸບຕີລາຄາການເຄື່ອນໄຫວໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ນອກຈາກການພົບປະ ແລະ ເຮັດວຽກແລ້ວ, ຄະນະສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ທໍາມະຊາດຈຳນວນໜຶ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ອີກດ້ວຍ.
ສະມາຄົມມິດຕະພາບ ລາວ-ຫວຽດນາມ-ລາວ ພົບປະສອງຝ່າຍ
