ສະມາຄົມມິດຕະພາບ ລາວ-ມຽນມາ ພົບປະສອງຝ່າຍ

​ພ.ຈ. 17, 2025

(ສພຊ) – ໂດຍຕອບສະໜອງຕາມການເຊີນຂອງປະທານສະມາຄົມມິດຕະພາບ ລາວ-ມຽນມາ, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ນຳໂດຍທ່ານ ພົຈວ. ວິນ ໝ່ອງ (Win Maung) ປະທານສະມາຄົມມິດຕະພາບ ມຽນມາ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບ ລາວ-ມຽນມາ ຢູ່ ສປປລາວ ແຕ່ວັນທີ 16-20 ພະຈິກ 2025.
ວັນທີ 17 ພະຈິກ, ໄດ້ມີກອງປະຊຸມພົບປະຄັ້ງທຳອິດນັບຕັ້ງແຕ່ສອງສະມາຄົມສ້າງຕັ້ງຂຶ້ນ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ມຽນມາ ແລະ ທ່ານ ພົຈວ. ວິນ ໝ່ອງ ໂດຍການເຂົ້າຮ່ວມຂອງທ່ານ ອອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ.ມຽນມາ ປະຈຳ ສປປລາວ; ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດການພົວພັນຮ່ວມມື (ການທູດປະຊາຊົນ) ໃນໄລຍະຜ່ານມາ ແລະ ປຶກ ສາຫາລືວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງສະມາຄົມມິດຕະພາບ ລາວ-ມຽນມາ, ມຽນມາ-ລາວ ເຊິ່ງສອງສະມາຄົມໄດ້ເປັນໃຈກາງປະສານງານ, ຊຸກຍູ້, ໂຄສະນາເຜີຍແຜ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສສ.ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ເຊິ່ງເປັນນິມິດໝາຍສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ທັງເປັນການເປີດກວ້າງການພົວພັນຮ່ວມມື, ຊຸກຍູ້ການພົວພັນການທູດປະຊາຊົນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດ ໂດຍສະເພາະສອງສະມາຄົມມິດຕະພາບ ໃຫ້ມີບາດກ້າວໃໝ່; ນອກນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ໃຫ້ຄະນະຜູ້ແທນຊາບ.
ທ່ານ ພົຈວ. ວິນ ໝ່ອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນຂອງສະມາຄົມມິດຕະພາບ ມຽນມາ-ລາວ ແລະ ຍິນດີຈະສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ລາວ-ມຽນມາ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບໃຫ້ນັບມື້ນັບດີຂຶ້ນ.
ນອກຈາກນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.