loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຄົມມິດຕະພາບລາວ-ກໍາປູເຈຍ, ກໍາປູເຈຍ-ລາວພົບປະສອງຝ່າຍ

​ກ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ລະຫວ່າງວັນທີ 8-12 ກໍລະກົດ 2024 ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຂັ້ນສູນກາງ ນໍາໂດຍທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່າຊະອານາຈັກກຳປູເຈຍ.

ການເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ໄດ້ພົບປະແລະ ເຮັດວຽກກັບຄະນະສະມາຄົມມິດຕະພາບ ກໍປູເຈຍລາວ ທີ່ນະຄອນຫຼວງພະນົມເປັນ ເຊິ່ງສອງຝ່າຍໄດ້ຕີລາຄາຄືນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອງສອງສະມາຄົມ ໂດຍສະເພາະແມ່ນເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນໃນປີ 2022 ແລະ ປຶກສາຫາລືແຜນ ການ, ກິດຈະກຳໃນຕໍ່ໜ້າ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ມີຫຼາຍສີສັນ, ຫຼາຍຮູບແບບ ທັງມີປະສິດທິພາບ-ປະສິດທິຜົນດີຂຶ້ນກວ່າເກົ່າ; ໃນໄລຍະຜ່ານມາການນໍາຂັ້ນສູງຂອງສອງປະເທດ ໄດ້ໄປມາຫາສູ່ກັນເປັນປົກກະຕິ, ການພົວພັນຮ່ວມມືຂອງບັນດາຂົງເຂດ, ຂະແໜງການຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ-ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ທາງກວ້າງແລະ ລວງເລິກ, ນັບມືເກີດດອກອອກຜົນ​​ ທັງ​ເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຂອງ ສອງປະເທດ ກໍຄື​​ການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ສໍາລັບ​ການພົວພັນຮ່ວມມືລະຫວ່າງສອງ​ສະມາຄົມ​ມິດຕະພາບ ລາວ-ກຳ​ປູ​ເຈຍ, ​ກຳ​ປູ​ເຈຍ-ລາວ ເຫັນວ່າມີ​ບາດກ້າວ​ຂະຫຍາຍຕົວ ​ແລະ ​ໄດ້​ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ,ມີການປະສານສົມທົບ, ພົວພັນຮ່ວມມືນໍາກັນຢ່າງປົກກະຕິ ແລະ ຕໍ່ເນື່ອງຕະຫຼອດມາ; ໄດ້ສືບຕໍ່ກົນໄກການແລກ ປ່ຽນຢ້ຽມຢາມ, ການໄປມາຫາສູ່ກັນເປັນປົກກະຕິ; ມີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້, ສົ່ງ ເສີມ, ສະໜັບສະໜູນການພົວພັນຮ່ວມມື ແລະ ໄປມາຫາສູ່ກັນລະຫວ່າງປະຊາຊົນຕາມເຂດຊາຍແດນ;ສະໜັບສະໜູນການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ,ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາ-ສາທາ ລະນະສຸກ ແລະ ອື່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນສອງຊາດ.

ສຳ​ລັບ​ແຜນ​ໃນຕໍ່​ໜ້າ, ສອງຝ່າຍໄດ້ປຶກສາຫາລື ແລະ ເອກະພາບນໍາກັນ ເປັນຕົ້ນ:

1) ສືບຕໍ່ກົນໄກການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ກັນໃຫ້ເປັນປົົກກະຕິ ລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ;
2) ຊຸກ​ຍູ້​ບັນດາສະມາຄົມຂັ້ນແຂວງ, ປະຊາຊາຊົນຕາມເຂດຊາຍແດນ ໃຫ້ໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນ ເຊັ່ນ: ການ​ແລກ​ປ່ຽນ​ສິ​ລະ​ປະ, ວັດ​ທະ​ນະ​ທຳ, ກິລາມິດຕະພາບ, ການທ່ອງທ່ຽວ ແລະ ອື່ນໆ;
3) ປະສານງານ, ຊຸກຍູ້ ແລະ ເປັນຂົວຕໍ່ສ້າງກິດຈະກຳໃຫ້ແກ່ຂະ​ບວນ​ການຊາວໜຸ່ມ, ນັກສຶກ ສາ ໃນ​ການ​ທັດ​ສະ​ນະ​ສຶກ​ສາ ເພື່ອຄົ້ນຄວ້າ, ສຶກສາກ່ຽວກັບສາຍພົວພັນມິດຕະພາບຂອງສອງຊາດ ເພື່ອເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈແຈ້ງ, ເລິກເຊິ່ງ ແລະ ເປັນເຈົ້າການສືບທອດ ມູນເຊື້ອອັນດີງາມຂອງສອງຊາດ ລາວ ແລະ ​ກຳ​ປູ​ເຈຍ;
4) ກຍູ້ ແລະ ເປັນຂົວຕໍ່ ໃນການພົວພັນຮ່ວມມືໃຫ້ແກ່ຂະແໜງການຄ້າ, ການລົງທຶນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດານັກທຸລະກິດ ລາວ ແລະ ກຳປູເຈຍ ໃຫ້ມີການພົວພັນ ແລະ ຮ່ວມມືນໍາກັນ.

ນອກຈາກການພົບປະສອງຝ່າຍ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກໍາປູເຈຍ ຍັງໄດ້ເຂົ້າພົບປະທ່ານຮອງປະທານແນວໂຮມມາຕຸພູມແຫ່ງາຊະອານາຈັກກຳປູເຈຍ, ພົບປະກັບເຈົ້ແຂວງພຣະສີຫະນ, ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ແລະ ອະນຸສາວະລີແຫ່ງຊາດ ເຕໂຈ ຮຸນເຊນ.