ສະມາຄົມການສຶກສາພາກເອກະຊົນ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ

​ກ.ກ. 18, 2025

(ສພຊ) – ຕອນສວາຍວັນທີ 17 ກໍລະກົດຜ່ານມາ, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂອງສະມາຄົມການສຶກສາພາກເອກະຊົນ ທີ່ມາທັດສະ ນະສຶກສາຢ້ຽມຊົມຫໍມູນເຊື້ອ ຈຳນວນ 60 ຄົນ ເຊິ່ງນຳໂດຍທ່ານ ອາຈານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ທັງເປັນຜູ້ຮັບຜິດຊອບວຽກງານ 3 ອົງການຈັດຕັ້ງມະຫາຊົນຂອງສະມາຄົມດັ່ງກ່າວ.
ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຮັດໃຫ້ບັນດາສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂອງສະມາຄົມການສຶກສາພາກເອກະຊົນ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ສອນສັກ ວັນວິໄຊ)