ສະພາແຫ່ງຊາດ ໄວ້ອາໄລເຖິງດວງວິນຍານຂອງສົມເດັດພຣະນາງເຈົ້າສີຣິກິດ ພຣະບໍລົມຊີນີນາດ ພຣະບໍລົມຣາຊະຊົນນະນີພັນປີຫຼວງ

ຕ.ລ. 31, 2025

(ສພຊ) – ເພື່ອເປັນການສະແດງຄວາມເຄົາລົບ, ການເສົ້າໂສກເສຍໃຈ ແລະ ຮ່ວມແບ່ງເບົາຄວາມທຸກໂສກ ຂອງລັດຖະບານ, ປະຊາຊົນ ຕະຫຼອດຮອດພຣະວົງນະຍາດ ຂອງສົມເດັດພຣະຣາຊີນີ ທຸກຖ້ວນໜ້າ, ຕອນສວາຍວັນທີ 29 ຕຸລາຜ່ານມາ ທີ່ສະຖານເອກອັກຄະລັດຊະທູດແຫ່ງ ລາຊະອານາຈັກໄທ ປະຈຳ ສປປລາວ, ການນໍາຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມໄວ້ອາໄລເຖິງດວງວິນຍານຂອງສົມເດັດພຣະນາງເຈົ້າສີຣິກິດ ພຣະບໍລົມຊີນີນາດ ພຣະບໍລົມຣາຊະຊົນນະນີພັນປີຫຼວງ.
ທ່ານ ຄຳໃບ ດຳລັດ ໄດ້ຂຽນ ແລະ ເຊັນຄໍາໄວ້ອາໄລເຖິງດວງວິນຍານຂອງສົມເດັດພຣະນາງເຈົ້າສິຣິກິດ ພຣະບໍລົມຊີນີນາດ ພຣະບໍລົມຣາຊະຊົນນະນີພັນປີຫຼວງ ເຊິ່ງມີເນື້ອໃນວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຮູ້ສຶກເສົ້າໂສກເສຍໃຈເປັນຢ່າງຍິ່ງ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວການຈາກໄປຢ່າງບໍ່ມີວັນຫວນຄືນກັບມາຂອງສົມເດັດພຣະນາງເຈົ້າສີຣິກິດ ພຣະບໍລົມຊີນີນາດ ພຣະບໍລົມຣາຊະຊົນນະນີພັນປີຫຼວງ ໃນຣາຊະການທີ IX ໄດ້ເຖິງແກ່ສະຫວັນນະຄົດ ໃນວັນທີ 24 ຕຸລາ 2025 ລວມພຣະຊົນມາຍຸໄດ້ 93 ປີ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ລາຊະອານາຈັກໄທ ແລະ ປະຊາຊົນໄທ ຈະຫັນເອົາຄວາມໂສກເສົ້າເສຍດາຍນີ້ ເປັນເຫງົ້າພະລັງຄວາມສາມັກຄີທົ່ວປວງຊົນທັງຊາດ ຈະສືບຕໍ່ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ໃນເວລາແຫ່ງຄວາມໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກເສຍໃຈ, ຄວາມອາໄລອາວອນຢ່າງສຸດຊຶ້ງ ຮ່ວມກັບພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ, ລັດຖະສະພາ ແລະ ປະຊາຊົນໄທ ມານະທີ່ນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສົມເດັດພຣະນາງເຈົ້າສີຣິກິດ ພຣະບໍລົມຊີນີນາດ ພຣະບໍລົມຣາຊະຊົນນະນີພັນປີຫຼວງ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.

(ກຸກກິກ ບຸດດາໄຊ)