loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາແຫ່ງຊາດ ຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ

​ກ.ກ. 2, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນເປັນເວລາ 17 ວັນ ແລະ ມາຮອດວັນທີ 02 ກໍລະກົດ 2024 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້ ໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທັງເປັນຫົວໜ້າກອງເລຂານຸການຂອງກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມ ເຊິ່ງທ່ານໄດ້ສັງລວມບາງບັນຫາທີ່ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມດັ່ງນີ້:
1. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024.
2. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024.
3. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດບັນດາໂຄງການລົງທຶນແຮ່ທາດໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.
4. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
5. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບປະຈຳປີ 2022.
6. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX.
7. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້, ຮ່າງກົດໝາຍສ້າງໃໝ່ 2 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາຮ່າງ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບປຸງ 11 ສະບັບ ຄື: 1) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈ໌ໄອວີ/ພະຍາດເອດ, 2) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3) ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 4) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5) ກົດໝາຍວ່າດ້ວຍການທ່ອງທ່ຽວ, 6) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 7) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 8.) ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 9) ກົດໝາຍວ່າດ້ວຍສະພາແຫ່ງຊາດ, 10) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 11) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
8. ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງເລືອກຕັ້ງບຸກຄະລາກອນສະພາແຫ່ງຊາດ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ.
ການດຳເນີນກອງປະຊຸມສະໄໝສາມັນເທື່ອນີ້, ສະພາແຫ່ງຊາດໄດ້ສະເໜີໃຫ້ 16 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາພົ້ນເດັ່ນຂອງສັງຄົມ ທີ່ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນຢູ່ໃນກອງປະຊຸມ.
ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ຈັດພິທີສະເຫຼີມສະຫຼອງວັນລັດຖະສະພາໂລກ ຄົບຮອບ 135 ປີ ດ້ວຍການອ່ານບົດຊົມເຊີຍໂດຍປະທານສະພາແຫ່ງຊາດ ທັງເປັນປະທານສະຫະພັນລັດຖະສະພາສາກົນ ແຫ່ງ ສປປລາວ ແລະ ຈັດພິທີເປີດເວັບໄຊກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຢ່າງເປັນທາງການ ເພື່ອລາຍງານກ່ຽວກັບຄວາມພ້ອມທີ່ ສປປລາວ ເປັນເຈົ້າພາບໃນທ້າຍປີນີ້.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງສະ ໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ມີປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນໂດຍບໍ່ເສຍຄ່າ (156) ຈຳນວນ 860 ສາຍ, ສາມາດສັງລວມເປັນ 455 ເລື່ອງ ເຊິ່ງພົວ ພັນເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາໄພເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ; ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ, ກອງເລຂາກອງປະຊຸມໄດ້ສັງລວມແລ້ວ ຈະມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບບັນດາກະຊວງ, ພາກສ່ວນກ່ຽວຂ້ອງ ກໍຄືອຳນາດການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າຊອກວິທີແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ ເພື່ອຕອບສະໜອງຄວາມຄອງຄອຍຂອງປະຊາຊົນລາວບັນດາເຜົ່າ.