(ສພຊ) – ຕອນເຊົ້າວັນທີ 2 ມິຖຸນານີ້ ທີ່ສະພາແຫ່ງຊາດ ໄດ້ສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນຟົດຟື້ນ ເຊິ່ງນຳໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະນຳ ແລະ ພະນັກງານພາຍໃນສະພາແຫ່ງຊາດ ເຂົ້າຮ່ວມ.
ໃນວັນດຽວກັນ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ), ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງ ກສຕສ ແລະ ສະຖານີລົດໄຟຄຳສະຫວາດ ໄດ້ສ້າງຂະບວນການປູກຕົ້ນໄມ້ຢູ່ສະຖານີລົດໄຟຄຳສະຫວາດ ນະຄອນຫຼວງວຽງຈັນ ພ້ອມທັງຮັບຟັງການລາຍງານສະພາບການໂດຍຫຍໍ້ຂອງສະຖານີດັ່ງກ່າວ ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນອີກດ້ວຍ.
ສະພາແຫ່ງຊາດ ສ້າງຂະບວນການປູກຕົ້ນໄມ້
