ສະພາແຫ່ງຊາດ ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝວິສາມັນເທື່ອທີ 2

ມ.ຖ. 19, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 14-15 ມີນາຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານກ່າວເປີດຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ບັນດາທ່ານຕາງໜ້າໃຫ້ລັດຖະບານ ແລະ ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 14 ມີນາ ໄດ້ມີການຮັບຟັງລາຍງານກ່ຽວກັບການປັບປຸງລັດຖະທຳມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍແມ່ນບັນດາທ່ານຮອງປະທານສະພາແຫ່ງຊາດ ໄດ້ຜັດປ່ຽນກັນຊີ້ນຳ ແລະ ເປັນປະທານກອງປະຊຸມ.
ວັນທີ 15 ມີນາ 2025 ກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ໄດ້ຮັບຟັງລາຍງານກ່ຽວກັບນະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກຳ ໂດຍແມ່ນທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ມາລາຍງານຕໍ່ກອງປະຊຸມ ແລະ ໄດ້ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການປັບປຸງກົງຈັກລັດຖະບານ ສະເໜີໂດຍທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງ ຕາງໜ້າໃຫ້ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ.
ໃນຕອນທ້າຍກອງປະຊຸມ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນສະຫຼຸບ ໂດຍເນັ້ນໜັກໃຫ້ຄວາມສຳຄັນຂອງການດຳເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃນຄັ້ງນີ້ ເພາະມີຫຼາຍບັນຫາສຳຄັນນຳມາພິຈາລະນາເພື່ອສ້າງຄວາມເປັນເອກະພາບສູງຕໍ່ນະໂຍບາຍແນວທາງຂອງພັກ, ກົດໝາຍຂອງລັດ ຕໍ່ບັນຫາທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ແລະ ໄດ້ຮຽກຮ້ອງໃຫ້ ສສຊ ຈົ່ງໄດ້ສົ່ງເສີມສະຕິປັນຍາ ແລະ ຍົກສູງຄວາມເປັນເອກະພາບຕໍ່ບັນຫາສຳຄັນດັ່ງກ່າວ ເພື່ອເຮັດໃຫ້ການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ບັນລຸຜົນສຳເລັດຕາມທີ່ວາງໄວ້.