(ສພຊ) – ຕອນສວາຍວັນພະຫັດທີ 5 ມິຖຸນານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາເຂົ້າພິຈາລະນາຕົກລົງຢູ່ກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້; ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນໄດ້ມີຄວາມຮັບປະກັນຮອບດ້ານ, ຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນວັນທີ 9 ເຖິງວັນທີ 26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມວັນພັກທາງລັດຖະການ) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

ວຽກງານລັດຖະບານ ມີ 6 ບົດ:
1. ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025;
2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
3. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;
5. ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
6. ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
ວຽກງານສ້າງ ແລະ ປັບປຸງກົດໝາຍ ມີຈໍານວນ 10 ສະບັບ ໃນນີ້:
ຮ່າງກົດໝາຍສ້າງໃໝ່ 5 ສະບັບ: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍສາມັນສຶກສາ, ກົດໝາຍວ່າດ້ວຍການປູກຝັງ; ຮ່າງກົດໝາຍປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍຊົນລະປະທານ.
ວຽກງານສະພາແຫ່ງຊາດ ມີ 2 ບົດ:
1. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.
ມະຕິກອງປະຊຸມສະພາແຫ່ງຊາດ ມີ 17 ສະບັບ ໃນນີ້:
ມະຕິຮັບຮອງເອົາວຽກງານລັດຖະບານ ມີ 6 ສະບັບ:
1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025;
2. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025;
3. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;
5. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
6. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ:
1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ມະຕິວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.
ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 156 ໃນໂມງລັດຖະການ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ.