ສະພາແຫ່ງຊາດລາວ ເປັນເຈົ້າພາບກອງປະຊຸມ ກໍາມາທິການວຽກງານສະມາຊິກລັດຖະສະພາ APF

ມ.ຖ. 12, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ໃນວັນທີ 12 ມີນາ 2025, ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ, ສປປລາວ; ກອງປະຊຸມດັ່ງກ່າວ, ແມ່ນກົນໄກປະຈຳໜຶ່ງຂອງ APF ທີ່ຈະຖືກຈັດຂຶ້ນທຸກໆປີໃນປະເທດສະມາຊິກຂອງ APF ເພື່ອໃຫ້ລັດຖະສະພາສະມາຊິກ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນໃນການປະຕິບັດວຽກງານຂອງຕົນ ເພື່ອໃຫ້ມີຄວາມສອດຄ່ອງກັນໃນພາກພື້ນ ແລະ ທົ່ວໂລກ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະມັດຊາລັດຖະສະພາຝຣັ່ງໂກໂຟນີ ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມລວມທັງໝົດ 65 ທ່ານ.
ໃນກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານປະສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ພິທີເປີດ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ພວມເກີດຂຶ້ນໃນຫຼາຍພາກພື້ນທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງ ຂອງບັນດາປະເທດຕ່າງໆ. ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນຂອງສະມາຊິກລັດຖະສະພາ APF ໃນຖານະທີ່ເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໃນການສົ່ງເສີມປະຊາທິປະໄຕ, ການປົກຄອງລັດດ້ວຍກົດໝາຍ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອການພັດທະນາ, ລວມໄປເຖິງການສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳຂອງປະຊາຊົນ; ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນຂອງສະພາແຫ່ງຊາດລາວ ໃນຂອບສະມັດຊາລັດຖະສະພາຝຣັ່ງໂກໂຟນີ ກໍຄືການຮ່ວມມືໃນຂອບຝຣັ່ງໂກໂຟນີຂອງລັດຖະບານ ເຊິ່ງສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ. ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ລັດ ຖະສະພາສະມາຊິກຝຣັ່ງໂກໂຟນີ ເພີ່ມທະວີບົດບາດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອກຽມພ້ອມຮັບມື ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນບັນດາປະເທດສະມາຊິກຝຣັ່ງໂກໂຟນີ ກໍຄືທົ່ວໂລກ ຢ່າງສັນຕິວິທີ.
ກອງປະຊຸມກຳມາທິການວຽກງານສະມາຊິກລັດຖະສະພາຄັ້ງນີ້ ຍັງມີການຈັດກອງປະຊຸມສຳມະນາເປັນເວລາເຄິ່ງວັນ ເພື່ອໃຫ້ບັນດາຜູ້ແທນກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບການນຳໃຊ້ປັນຍາປະດິດເຂົ້າໃນວຽກງານລັດຖະສະພາ ໂດຍຈະດຳເນີນໄປພາຍໃຕ້ 3 ຫົວຂໍ້ສໍາຄັນຄື : 1. ການມີສ່ວນຮ່ວມຂອງເຄື່ອງມືດິຈິຕອນ ໃນການປະຕິບັດໜ້າທີ່ວຽກງານຂອງລັດຖະສະພາ, 2. ວິທີການໃໝ່ໃນການປະເມີນນະໂຍບາຍສາທາລະນະຂອງລັດຖະສະພາ ແລະ 3. ການຕອບໂຕ້ກັບຂ່າວທີ່ບໍ່ເປັນຈິງ; ກອງປະຊຸມສະມັດຊາລັດຖະສະພາຝຣັ່ງໂກໂຟນີ ຈະດໍາເນີນໄປເປັນເວລາ 3 ວັນ ລະຫວ່າງວັນທີ 12-14 ມີນາ 2025.
(ຂ່າວ: ກົມພົວພັນລັດຖະສະພາຫຼາຍຝ່າຍ, ພາບ: ກົມສື່ມວນຊົນ)