ເພື່ອເປັນການພົບປະແລກປ່ຽນບົດຮຽນ, ສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ; ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທືກກອງປະຊຸມພົບປະແລກປ່ຽນ ລະຫວ່າງ ສະພາປະຊາຊົນແຂວງຫຼວງນໍ້າທາ ກັບ ສະພາປະຊາຊົນແຂວງສາລະວັນ ສະບັບລົງວັນທີ 1 ເມສາ 2024 ໃຫ້ເປັນຮູບປະທຳ ແລະ ມີບາດກ້າວໃໝ່; ທັງເປັນການຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື ສະພາປະຊາຊົນ 2 ແຂວງໃຫ້ແໜ້ນແຟ້ນຍິ່ງຂື້ນ.
ສະພາປະຊາຊົນແຂວງຫຼວງນໍ້າທາ ກັບ ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຊື່ງກັນ ແລະ ກັນ ໃນຕອນເຊົ້າຂອງວັນທີ 21 ມີນາ 2025 ຢູ່ທີ່ຊັ້ນ 4 ຫ້ອງປະຊຸມເບີ 426 ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ແລະ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມມີບັນດາທ່ານກຳມະການຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຄະນະປະຈຳສະພາປະຊາຊົນແຂວງຫຼວງນ້ຳທາ ແລະ ແຂວງສາລະວັນ, ຄະນະເລຂາທິການສະມາຊິກສະພາປະຊາຊົນແຂວງ, ປະທານ, ຮອງປະທານຄະນະກຳມະການ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການທັງສອງແຂວງເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 21 ທ່ານ. ໃນກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບົດບັນທືກກອງປະຊຸມຖອດຖອນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງຫຼວງນໍ້າ ກັບ ສະພາປະຊາຊົນແຂວງສາລະວັນໃນໄລຍະຜ່ານມາ; ພ້ອມນັ້ນທັງສອງແຂວງຍັງໄດ້ສືບຕໍ່ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ຄື: ດ້ານນິຕິກໍາ, ດ້ານການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາຄະນະກໍາມະການ, ຄະນະເລຂາທິການ ແລະ ບັນດາຂະແໜງຊ່ວຍວຽກ.
ພິເສດໃນໂອກາດພົບປະແລກປ່ຽນບົດຮຽນຮ່ວມຄັ້ງນີ້ ຄະນະຜູ້ແທນສະພາປະຊາແຂວງຫຼວງນໍ້າທາ ແລະ ຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ຍັງໄດ້ເຂົ້າຮ່ວມສັງເກດການ, ຕິດຕາມໃນວາລະສຸດທ້າຍການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX; ຈາກນັ້ນ ຍັງໄດ້ໄປທັດສະນະຢ້ຽມຊົມພາຍໃນຫໍສະພາແຫ່ງຊາດ ແລະ ຫໍພິພິທະພັນສິລະປະລາວ.
ໂດຍນັກຂ່າວ ສພຂ ຫຼວງນໍ້າທາ