loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນ 2 ແຂວງສາລະວັນ ແຫ່ງ ສປປ ລາວ ແລະ ນະຄອນດານັງ ແຫ່ງ ສສ ຫວຽດນາມ ພົບປະ ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຮ່ວມກັນ

​ພ.ຈ. 13, 2023 | ເຂດ 14 ສາ​ລະ​ວັນ

ໃນຕອນເຊົ້າຂອງວັນທີ 3 ພະຈິກ 2023 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງສາລະວັນ ແຫ່ງ ສປປ ລາວ ກັບ ສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ຝ່າຍຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ພ້ອມດ້ວຍບັນດາທ່ານຄະນະປະຈໍາ, ຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກສະພາປະຊາຊົນແຂວງ; ຝ່າຍຄະນະຜູ້ແທນສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ນາງ ຫວຽນ ທິ ແອັງ ທີ, ກໍາມະການພັກນະຄອນ, ຮອງປະທານສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີພະແນກການຂອງແຂວງສາລະວັນ, ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງເຂົ້າຮ່ວມ;
ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດ 14 ປະທານສະພາປະຊາຊົນແຂວງ ໄດ້ສະແດງຄວາມຕ້ອນຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ຊຶ່ງມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ, ສະແດງເຖິງການຮັດແໜ້ນຄວາມສາມັກຄີ, ການພົບປະລະຫວ່າງສະພາປະຊາຊົນແຂວງສາລະວັນ ແຫ່ງ ສປປ ລາວ ກັບ ສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ຄັ້ງນີ້ ແມ່ນເປັນປີທຳອິດທີ່ໄດ້ມີການແລກປ່ຽນບົດຮຽນຮ່ວມກັນ; ປະທານສະພາປະຊາຊົນແຂວງ ໄດ້ລາຍງານສະພາບລວມຂອງແຂວງສາລະວັນ ໂດຍຫຍໍ້ ແລະ ລາຍງານວຽກງານໃນແຕ່ລະດ້ານຂອງສະພາປະຊາຊົນແຂວງສາລະວັນ ໃຫ້ສະພາປະຊາຊົນນະຄອນດານັງ ຮັບຊາບ; ຈາກນັ້ນສະຫາຍ ນາງ ຫວຽນ ທິ ແອັງ ທີ, ກໍາມະການພັກນະຄອນ, ຮອງປະທານສະພາປະຊາຊົນນະຄອນດານັງ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ຕໍ່ການມາຢ້ຽມຢາມ ແລະ ແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນ ໃນຂົງເຂດສະພາປະຊາຊົນແຂວງ ພ້ອມໄດ້ລາຍງານສະພາບລວມຂອງນະຄອນດານັງ ໂດຍຫຍໍ້ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນດານັງ ໃຫ້ສະພາປະຊາຊົນແຂວງສາລະວັນ ໄດ້ຮັບຊາບ, ພ້ອມທັງໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຝ່າຍ ຢ່າງມີບັນຍາກາດສ້າງສັນ;
ໂອກາດດຽວກັນ ສະພາປະຊາຊົນແຂວງສາລະວັນ ແລະ ສະພາປະຊາຊົນນະຄອນດານັງ ຈັດພິທີລົງນາມ ແລະ ເຊັນບົດບັນທຶກຄວາມຊົງຈໍາຮ່ວມກັນ ມີ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດ 14 ປະທານສະພາປະຊາຊົນແຂວງສາລະວັນ ແລະ ສະຫາຍ ນາງ ຫວຽນ ທິ ແອັງ ທີກໍາມະການພັກນະຄອນ, ຮອງປະທານສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ໂດຍຊ້ອງໜ້າຄະນະຜູ້ແທນ ທັງສອງຝ່າຍທີ່ເຂົ້າຮ່ວມ ແລະ ໄດ້ມີພິທີມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນ;
ຕອນບ່າຍຂອງວັນດຽວກັນຄະນະຜູ້ແທນກໍໄດ້ເດີນທາງໄປຢ້ຽມຢາມສູນພາສາຫວຽດນາມ ຢູ່ບ້ານວັດກາງ ແລະ ໄປທ່ຽວຊົມ, ກາບໄຫວ້ ຫໍໄຕປຣິດົກ ບ້ານວັດກາງ;
ພາບ-ຂ່າວ: ດີລຳພົນ ພົມມະຈັນ