ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75 ປີ ໃຫ້ເປັນຂະບວນການ ແລະ ມີບັນຍາກາດຟົດຟື້ນ ເລິກເຊິ່ງກ້ວາງຂວາງ;
ໃນຕອນເຊົ້າ ວັນທີ 7 ມັງກອນ 2024 ນີ້, ສະພາປະຊາຊົນ ແຂວງຫົວພັນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາຍິງປືນ ຊິງຂັນ ປະທານ ຄະນະກຳມະການ ປກຊ-ປກສ ຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ທີ່ ສະໜາມຍິງປືນ ກອງພັນນ້ອຍ 163 ໂດຍການເປັນ ປະທານ ຂອງທ່ານ ເພີດ ມາປັນຍາ
ຮອງເລຂາພັກແຂວງຫົວພັນ ຜູ້ປະຈຳການ, ມີບັນດາທ່ານ ຄະນະປະຈຳພັກແຂວງ, , ກຳມະການພັກແຂວງ, ຄະນະປະຈຳ, ຄະນະເລຂາທິການ ສະພາປະຊາຊົນແຂວງຫົວໜ້າ, ຮອງຫົວໜ້າພະແນກການ, ສະພາປະຊາຊົນແຂວງ, ອົງການທຽບເທົ່າ, ກອງບັນການປ້ອງກັນຄວາມສະຫງົບແຂວງ, ລັດວິສາຫະກິດ ບໍລິສັດ-ຫ້າງຮ້ານ ອ້ອມຂ້າງເທດສະບານແຂວ ງ ເຂົ້າຮ່ວມນຳຢ່າງເປັນຂະບວນຟົດຟື້ນ.


ການແຂ່ງຂັນກິລາ ໃນຄັ້ງນີ້ມີ 2 ປະເພດຄື: ກິລາຍິງປືນ AK 56 ຍິງເປົ້າຈານຫລັກ ແລະ ກິລາຍິງປືນ K 59 ຍິງເປົ້າເຈ້ຍ. ຜ່ານການແຂ່ງຂັນໃນຄັ້ງນີ້ ສະພາປະຊາຊົນ ແຂວງຫົວພັນ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ທັງ 2 ລາຍການ ພ້ອມທັງໄດ້ຮັບຂັນລາງວັນລາຍການລະ 1 ໜ່ວຍ.
ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ.