ສະພາປະຊາຊົນ ແຂວງຫົວພັນ ມອບເຄື່ອງຊ່ວຍເຫຼືອ

ຕ.ລ. 3, 2024

       
         ວັນທີ 30 ກັນຍາ 2024 ຜ່ານມານີ້, ນຳໂດຍ ທ່ານ ຄຳຟອງ ກົ້ວມີໄຊ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍ ຄະນະປະຈຳສະພາປະຊາຊົນແຂວງ, ຮອງເລຂາທິການ ສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຳເໜືອ ຮ່ວມກັບທີມງານ ຄະນະຮັບຜິດຊອບໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງໄດ້ນໍາເອົາເຄື່ອງບໍລິໂພກ, ອຸປະໂພກ ແລະ ເງິນ ຈຳນວນໜຶ່ງ ລົງມອບໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ 3 ບ້ານຄື: ບ້ານຊຳເໜືອ, ບ້ານ ນາລີວ ແລະ ບ້ານ ມີສຸກ ທັງນີ້ກໍ່ເພື່ອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແລະ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫລາຍບ້ານ ທີ່ໄດ້ຮັບຜົນເສຍຫາຍ ໃຫ້ທົ່ວເຖິງ.
ພາບ ແລະ ຂ່າວ: ນ. ປຸ້ຍນິຕາ ເພັງມີໄຊ.