ສະພາປະຊາຊົນ ນະຄອນຫຼວງ ແລະ ສະພາປະຊາຊົນແຂວງເຫງະອານ ສືບຕໍ່ເພີ່ມທະວີການຮ່ວມມືຫຼາຍຂົງເຂດ

ພ.ພ. 13, 2025 | ເຂດ 1 ນະຫລວງວຽງຈັນ

ໃນວັນທີ 12 ພຶດສະພາ 2025, ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະ ແລະ ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ຄະນະກຳມະການປະຊາຊົນແຂວງເຫງະອານ ແລະ ລະຫວ່າງສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນແຂວງ ເຫງາະອານ ສສ ຫວຽດນາມ ທີ່ແຂວງເຫງະອານ ສສ ຫວຽດນາມ, ຮ່ວມລົງນາມຝ່າຍລາວໂດຍ ສະຫາຍ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ແລະ ສະຫາຍ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ແລະ ຝ່າຍຫວຽດນາມ ໂດຍສະຫາຍ ຟຸ້ງ ແທ່ງ ວີງ ຮອງປະທານຄະນະກຳມະການປະຊາຊົນແຂວງເຫງາະອານ ແລະ ສະຫາຍ ຫງວຽນ ນາມ ດີ່ງ ຮອງປະທານສະພາປະຊາຊົນແຂວງ    ເຫງະອານ ມີສະຫາຍ ຫງວຽນ ດຶກ ຈຸງ ເລຂາພັກແຂວເຫງະອານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນວ ແລະ ແຂວງເຫງາະອານເຂົ້າຮ່ວມ.

ການເຊັນບົດບັນທຶກການຮ່ວມມືສອງຝ່າຍຄັ້ງນີ້, ມີຫຼາຍຂົງເຂດວຽກງານທີ່ສອງຝ່າຍຈະສືບຕໍ່ເພີ່ມທະວີກາພົວພັນຮ່ວມມືໃຫ້ເກີດດອກອອກຜົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສຫວຽດນາມ ເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ-ແຂວງເຫງອານ ໃຫ້ເຂົ້າສູ່ລວງເລິກ ແທດເໝາະກັບສະພາບຄວາມເປັນຈິງ ແລະ ມີປະສິດທິຜົນ.