ສະພາປະຊາຊົນ ນະຄອນຫຼວງວຽງຈັນ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ໃນລະຫວ່າງ ວັນທີ 15 -19 ທັນວາ 2025

ທ.ວ. 11, 2025

          ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 15- 19 ທັນວາ 2025 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຄັ້ງນີ້ ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

  1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ຄັ້ງທີ IX, ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງນະຄອນຫຼວງວຽງຈັນ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
  2. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດສອບ ປະຈໍາພາກກາງ 1; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບ ປະຈໍາພາກກາງ
  3. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ; ບົດລາຍງານ ຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາ ນະຄອນຫຼວງວຽງຈັນ.
  4. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການໄອຍະການປະ ຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.
  5. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ.
  6. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ IV, ແຜນການຮອດກອງປະ ຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການ ປະຈໍາປີ 2026 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ V.
  7. ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV, ແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການ ປະຈໍາປີ 2026 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ V.
  8. ພິຈາລະນາ ຮ່າງນິຕິກໍາສ້າງໃໝ່ ຂອງນະຄອນຫຼວງ ຈໍານວນໜຶ່ງ.
  9. ຮັບຟັງການລາຍງານຊີ້ແຈງບັນຫາສໍາຄັນ ຂອງນະຄອນຫຼວງວຽງຈັນ ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນ ຄື:
  • ຮັບຟັງການລາຍງານ ສະພາບການຄຸ້ມຄອງຮ່ອງລະບາຍນໍ້າ ຮ່ອງສັກ, ຮ່ອງແຊງ ແລະ ຮ່ອງທອງ.
  • ຮັບຟັງການລາຍງານ ສະພາບການຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ ຢູ່ນະຄອນຫຼວງວຽງຈັນ (ລົງເລິກການຈັດຕັ້ງປະຕິບັດຕາມ ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 182/ຄປຈ, ລົງວັນທີ 01 ກໍລະກົດ 2025).

ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງແລ້ວ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະ ມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.