loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດ

ພ.ພ. 4, 2023 | ເຂດ 2 ຜົ້ງສາລີ

 

ໃນລະຫວ່າງວັນທີ 2-3 ພຶດສະພາ 2023, ທ່ານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍທ່ານປະທານ, ຮອງປະທານ, ບັນດາທ່ານຈາກຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ; ມີທ່ານ ຫົວໜ້າ ແລະ ບັນດາທ່ານ ຈາກພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດ ຂັ້ນວິຊາການ ໃນຫົວຂໍ້: ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ (ໃນຮູບແບບກອງປະຊຸມທາງໄກ) ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ປອ.ລີເບີ ລີບົວປາວ ປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ ແລະ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຊິ່ງມີບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຕາງໜ້າຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ບັນດາທ່ານປະທານ, ຮອງປະທານກໍາມາທິການ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍວິຊາການຈາກສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ຈາກຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ພະແນກແຜນການ ແລະ ການລົງທຶນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ

ຈຸດປະສົງຂອງປະຊຸມ ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍ່ຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕາມທິດມີຄຸນນະພາບ, ໜັ້ນທ່ຽງ ແລະ ຍືນຍົງ, ໃຫ້ບັນລຸຕາມແຜນ. ກອງປະຊຸມໄດ້ລົງເລິກທົບທວນ, ປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບບັນຫາທີ່ຕັ້ງຂຶ້ນ ແລະ ວິທີແກ້ໄຂ ໂດຍສະເພາະ ດ້ານນິຕິກໍາ, ດ້ານຫຼັກການ, ດ້ານກົນໄກ ແລະ ດ້ານເຕັກນິກວິຊາການ ໃນການສ້າງແຜນ, ຄົ້ນຄວ້າຈັດສັນ ແລະ ພິຈາລະນາຮັບຮອງ ແຜນການລົງທຶນຂອງລັດ ຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດເປັນຮູບປະທໍາ ນັບແຕ່ປີ 2024 ເປັນຕົ້ນໄປ

ພາບ-ຂ່າວ: ນັກຂ່າວສະພາປະຊາຊົນແຂວງ