ສະພາປະຊາຊົນແຂວງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ເມືອງພີນ, ເມືອງພະລານໄຊ ແລະ ເມືອງໄຊບູລີ.

ມ.ສ. 7, 2025 | ເຂດ 13 ສະ​ຫວັນນະເຂດ

ໃນລະຫວ່າງ ວັນທີ 01 ຫາ 02 ເມສາ 2025 ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ, ທ່ານ ພັທ ແສງກາ ສຸວັນນະຄົງ ພ້ອມຄະນະ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 3 ເມືອງຄື: ສະໂມສອນ ເມືອງພີນ, ບ້ານ ນາຈັນໄຕ ເມືອງພະລານໄຊ, ບ້ານແກ້ງກະເບົາເມືອງໄຊບູລີ, ເຂົ້າຮ່ວມໃນຄັ້ງນີ້ ມີການນຳການເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທະຫານ-ຕໍາຫຼວດ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຕະຫຼອດຮອດອໍານາດການປົກຄອງກຸ່ມບ້ານ ແລະ ພໍ່ແມ່ປະຊາຊົນໃນກຸ່ມບ້ານທີ່ລົງເຄື່ອນໄຫວເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຈຸດປະສົງເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນພາຍໃນກຸ່ມບ້ານໄດ້ຮັບຮູ້, ເຂົ້າໃຈເຖິງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ສຳຄັນ, ການເຂົ້າເຖິງຂະບວນການຍຸຕິທຳ, ການແກ້ໄຂ ຄຳຮ້ອງຟ້ອງ ຄຳສະເໜີຕ່າງໆ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນຳສະເໜີ ແລະ ເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງ ປີ 2022, ປະມວນກົດໝາຍແພ່ງ (ລົງເລິກພາກ ກຳມະສິດ, ຄອບຄົວ ແລະ ມູນມໍລະດົກ) ແລະ ປະມວນກົດໝາຍອາຍາ(ລົງເລິກບາງມາດຕາໃນພາກທົ່ວໄປ, ໂທດຕໍ່ສານເສບຕິດ, ລວມທັງນິຕິກຳໃຕ້ກົດໝາຍກ່ຽວກັບສານເສບຕິດ) ພາຍຫຼັງສິ້ນສຸດການນໍາສະເໜີ ແລະ ເຜີຍແຜ່ແລ້ວ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງນີ. ຜ່ານການສົນທະນາແລກປຽນຄໍາຄິດ-ຄໍາເຫັນໆວ່າຜູ້ເຂົ້າຮ່ວມກອງປະຊຸມມີຄວາມສົນໃຈ ກ່ຽວກັບກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ການຂັດແຍ່ງກຳມະສິດທີ່ດິນ, ມູນມໍລະດົກ, ການມົ້ວສຸມນ້ຳກະທ້ອມ ແລະ ສານເສບຕິດຕ່າງ ຊຶ່ງບັນດາທ່ານທີ່ຂຶ້ນນໍາສະເໜີ ແລະ ເຜີຍແຜ່ກົດໝາຍ ກໍໄດ້ໃຫ້ຄວາມກະຈາງແຈ້ງໃນແຕ່ລະບັນຫາ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານດັ່ງກ່າວຫຼາຍຂຶ້ນ.
 
ໃນຕອນທ້າຍ ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກຕໍ່ການຈັດຕັ້ງຂອງເມືອງ ກໍຄືການຈັດຕັ້ງຂອງກຸ່ມບ້ານ, ພໍ່ແມ່ປະຊາຊົນໃຫ້ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຕ້ອງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີຂອງຕົນໃຫ້ສອດຄ່ອງກັບຫຼັກການ ແລະ ລະບຽບການ ພ້ອມທັງແນະນໍາຂັ້ນຕອນວິທີການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ບັນດາໜ້າວຽກ ທີ່ໄດ້ເຄື່ອນໄຫວຊຸກຍູ້ໃຫ້ບັນລຸໄດ້ຕາມມາດຖານເງື່ອນໄຂ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ແລະ ໃນໂອກາດທີ່ລົງມາເຄື່ອນໄຫວໂຄສະໜາເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍ່ໄດ້ມອບເຄື່ອງອຸປະໂຟກ ຈຳນວນໜຶ່ງໃຫ້ແກ່ອຳນາດການປົກຄອງເມືອງພີນ, ບ້ານນາຈັນໄຕ ເມືອງພະລານໄຊ, ບ້ານແກ້ງກະເບົາ ເມືອງໄຊບູລີ ເພື່ອນຳໃຊ້ເຂົ້າໃນວຽກງານ ການຮຽນການ-ການສອນ ແລະ ວຽກງານຕ່າງໆ ລວມມີ ນ້ໍາດື່ມ 40 ແພັກ, ປື້ມຂຽນ 900 ຫົວ, ບິກ 900 ກ້ານຕື່ມອີກ.