ສະພາປະຊາຊົນແຂວງ ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມບໍລິສິດ ທາໂກ

ມ.ຖ. 7, 2025 | ເຂດ 17 ອັດ​ຕະ​ປື

ໃນວັນທີ 6 ມີນາ 2025. ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ (ສພຂ) ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ພ້ອມດ້ວຍຄະນະ ສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ບໍລິສັດ ທາໂກ (THACO) ຕັ້ງຢູ່ບ້ານ ຫາດຊັນ ເມືອງໄຊເສດຖາ ໂດຍມີຜູ້ຕາງໜ້າບໍລິສັດໃຫ້ການຕ້ອນຮັບ.

ໂອກາດນີ້ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການເຫັນວ່າ: ບໍລິສັດ ທາໂກ ເປັນບໍລິສັດລົງທືນຂະໜາດໃຫຍ່ ໃນຫຼາຍຂະແໜງກະສີກໍາ, ປູກຢາງພາລາ, ປູກກ້ວຍ, ລ້ຽງງົວພັນຊີນ  ເຊິ່ງຕາມແຜນການຜະລິດຄາດຄະເນ ແລະ ສົ່ງອອກໃຫ້ໄດ້ 777,000 ໂຕນໃນຕໍ່ໜ້າ, ໃນປະຈຸບັນມີແຮງງານ 5,300 ຄົນ ໃນນັ້ນລວມມີ ຜູ້ບໍລິຫານຫວຽດນາມ ແລະ ຜູ້ຊ່ຽວຊານຕ່າງປະເທດ 1,600 ຄົນ, ຜູ້ຈັດການ ແລະ ຄົນງານລາວ 3,700 ຄົນ, ເງີນເດືອນຂັ້ນຕໍ່າ 5 ລ້ານກີບ ແຜນການຮັບສະໝັກແຮງງານຮອດທ້າຍປີ 2025 ປະມານ 12,500 ຄົນ. ພ້ອມນີ້ກໍ່ໄດ້ສົນທະນາ ກ່ຽວກັບບາງບັນຫາໂດຍສະເພາະ ການປ້ອງກັນດ້ານສີ່ງແວດລ້ອມ,  ແຜນຈັດສັນໃຫ້ປະຊາຊົນ, ອາຍຸສໍາປະທານ, ເນື້ອທີສໍາປະທານທີ່ຍັງບໍ່ທັນຈະແຈ້ງ, ກົນໄກການຄຸ້ມຄອງແຮງງານ ແລະ ສະຫວັດດີການນະໂຍບາຍ ໂດຍຊອກໃຫ້ໄດ້ວີທີການ, ຂັ້ນຕອນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້ອງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ ແລະ  ເອົາໃຈໃສ່ຕິດຕາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນເຂດພັດທະນາໂຄງການ ໂດຍສົ່ງເສີມດ້ານການຜະລິດກະສິກໍາ,​ ທີ່ເປັນທ່າແຮງຂອງທ້ອງຖິ່ນ ແລະ ອາຊີບອື່ນໆ ເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີການພັດທະນາ ມີສ່ວນຮ່ວມເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ມີການພັດທະນາແບບຍືນຍົງດີຂື້ນເປັນກ້າວໆ.

(ວິນັດ ສີສຸລາດ)