
ຕອນບ່າຍຂອງວັນຈັນທີ 25 ເມສາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມກອງປະຊຸມປຶກສາຫາລື ກັບ 4 ພະແນກການ, ເພື່ອຄວາມເປັນເອກະພາບ ກ່ຽວກັບ ການປະເມີນການຈັດຕັ້ງປະຕິບັດກົດ ໝາຍ 04 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິ ຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານ ສພຂ, ຄະນະປະຈໍາ ສພຂ, ກໍາມະການພັກແຂວງ, ຫົວໜ້າພະແນກ ແລະ ວິຊາການຂະແໜງກ່ຽວຂ້ອງຂອງພະແນກການ ແລະ ວິຊາການຂະແໜງກ່ຽວຂ້ອງຂອງ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລື ເພື່ອຄວາມເປັນເອກະພາບ ກ່ຽວກັບ ການປະເມີນການຈັດ ຕັ້ງປະຕິບັດກົດໝາຍ 04 ສະບັບ, ທີ່ຕິດພັນກັບວາລະແຫ່ງຊາດ ຄື: ກົດໝາຍວ່າດ້ວຍ ທີ່ດິນ, ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍ ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍ ແຮ່ທາດ, ທັງນີ້ກໍ່ເພື່ອແນ່ໃສ່: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດໝາຍເຫຼົ່ານັ້ນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ແລະ ຮັບຮອງ, ພ້ອມທັງສະຫຼຸບຖອດຖອນບົດຮຽນໃຫ້ແກ່ການຈັດຕັ້ງປະຕິບັດການປະເມີນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຕ່າງໆໃນຕໍ່ໜ້າ.

ກອງປະຊຸມທ່ານ ນາງ ຄຳພອນ ພິມມະຈັນ ຮອງປະທານ ສພຂ ໄດ້ຜ່ານແຜນການເລກທີ 534/ຄປກໝ, ລົງວັນທີ 22 ເມສາ 2022 ວ່າດ້ວຍແຜນການຕິດຕາມກວດກາ ແລະ ເກັບກໍາຂໍ້ມູນກ່ຽວກັບ ການປະເມີນການຈັດຕັ້ງປະ ຕິບັດກົດໝາຍ 04 ສະບັບ, ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້າເສດຖະກິດ-ການເງິນ ຢູ່ແຂວງອຸດົມໄຊ, ເຊິ່ງການປະເມີນການຈັດຕັ້ງປະຕິບັດບັນດາກົດໝາຍໃຫ້ເລັ່ງໃສ່ເນື້ອໃນດັ່ງນີ້: 1. ການໂຄສະນາເຜີຍແຜ່ ແຕ່ລະກົດໝາຍໃຫ້ທົ່ວເຖິງສະມາຊິກອົງການປົກຄອງແຂວງ, ອົງການປົກຄອງເມືອງ ແລະ ປະຊາ ຊົນແນວໃດ?; 2. ໄດ້ຜັນຂະຫຍາຍແຕ່ລະກົດໝາຍເປັນນິຕິກຳໃຕ້ກົດໝາຍແນວໃດແດ່? ສອດຄ່ອງກັບຕົວຈິງ ແລະ ກົດໝາຍ ຫຼື ບໍ່?; 3. ການຈັດຕັ້ງປະຕິບັດແຕ່ລະກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບແຕ່ລະກົດໝາຍມີຜົນສຳເລັດຕົວຈິງ, ມີດ້ານດີ, ດ້ານອ່ອນແນວໃດແດ່? ສາຍເຫດຕົ້ນຕໍທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.



ນອກຈາກນັ້ນຄະນະປະຈໍາສະພາປະຊົນແຂວງ ໄດ້ມີຄໍາເຫັນເຈາະຈີ້ມເພີ່ມເຕີມບາງບັນຫາ ຕໍ່ກັບຈັດຕັ້ງຜັນຂະ ຫຍາຍເນື້ອໃນດັ່ງກ່າວຂອງພາກສ່ວນກ່ຽວຂ້ອງ, ຫຼັງຈາກນັ້ນບັນດາພະແນກການ ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຕໍ່ກັບບັນດາເນື້ອໃນ ທີ່ນໍາເຂົ້າຜ່ານໃນກອງປະຊຸມຄັ້ງນີ້.
(ພາບ, ຂ່າວ: ແສງພອນ ອິນນະລົງ).