ສະພາປະຊາຊົນແຂວງ ຫລວງນ້ຳທາ ມອບເຄື່ອງຊ່ວຍເຫລືອໄພນ້ຳຖ້ວມທີ່ເຮືອນສຸໄຫລ

ພ.ພ. 21, 2025 | ເຂດ 3 ຫຼວງນ້ຳ​ທາ

ໄພນໍ້າຖ້ວມແຂວງຫລວງນໍ້າທາ ໃນປີຜ່ານມາ ເຮັດໃຫ້ປະຊາຊົນຈໍານວນຫລາຍບ້ານໄດ້ຮັບຜົນກະທົບທັງຊັບສິນມີຄ່າ, ຜົນຜະລິດ, ສັດລ້ຽງ, ລົດລາງພາຫະນະຕ່າງໆ ມາໃນວັນທີ 20 ພຶດສະພາ 2025 ທີ່ສະພາປະຊາຊົນແຂວງ  ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ໄດ້ມອບເຄື່ອງຊ່ວຍເຫລືອແກ່ຜູ້ປະສົບໄພນ້ຳຖ້ວມທີ່ເຮືອນສຸໄຫລ ຈຳນວນ 5 ບ້ານ, ມີ 8 ຫລັງຄາເຮືອນ ຢູ່ເມືອງຫລວງນ້ຳທາ ຄື: ບ້ານ ໄຊສົມບຸນ, ດອນສໍາພັນ, ທົ່ງໄຈ້ໃຕ້, ບ້ານວຽງເງິນ ແລະ ບ້ານບວມພຽງ ປະກອບມີ ເຂົ້າສານ 280 ກິໂລ, ເງິນສົດ ລວມມູນຄ່າທັງໝົດ 13,300,000 ກີບ.

ໃນວັນດຽວກັນ ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ໄດ້ລົງມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ເຮືອນສຸໄຫລ ຈຳນວນ 7 ບ້ານ ຄື:  ບ້ານວຽງສົບຊິມ, ຕາຫວ່ານ, ສວນຢາ, ບໍ່ປຽດ, ນາເຕີຍ ແລະ ບ້ານຕີນຕົກ ຈຳນວນ 25 ຄອບຄົວ, ປະກອບມີເຂົ້າສານ 670 ກິໂລ, ເງິນສົດ ລວມມູນຄ່າທັງໝົດ 40.150.000 ກີບ, ເຄື່ອງຊ່ວຍເຫລືອຄັ້ງນີ້ເຂົ້າສານຈໍານວນ 1000 ກິໂລ ແມ່ນໄດ້ຈາກການຊ່ວຍເຫລືອຂອງ ບໍລິສັດຈໍາປາຫອມ ການຄ້າຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຮ່ວມກັບສະຫະພັນເຊື້ອຊາດລາວ ຢູ່ເມືອງຟອດສມິດ ສະຫະລັດອາເມລິກາ ແລະ ເງິນສົດຈໍານວນ 28,800,000 ກີບ ແມ່ນໄດ້ຈາກການຊ່ວຍເຫລືອຂອງກອງທຶນຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດ.