loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ລົງຕິດຕາມກວດກາ ຢູ່ເມືອງຜົ້ງສາລີ ແລະ ເມືອງບຸນເໜືອ, ແຂວງຜົ້ງສາລີ

ມ.ສ. 12, 2023 | ເຂດ 2 ຜົ້ງສາລີ

ໃນວັນທີ 5 ແລະ ວັນທີ 10 ເມສາ 2023, ທ່ານ ສົມຈິດ ຫັບລະກອນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ,  ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ຂອງລັດ ທີ່ເມືອງຜົ້ງສາລີ ແລະ ເມືອງບຸນເໜືອ, ແຂວງຜົ້ງສາລີ.

ເຊິ່ງໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງຂອງເມືອງຜົ້ງສາລີ ແລະ ເມືອງບຸນເໜືອ ໂດຍການເປັນປະທານ ຂອງທ່ານ ສົມຈິດ ຫັບລະກອນ; ມີ ທ່ານເລຂາພັກ-ເຈົ້າເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເມືອງ; ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ບັນດາທ່ານສະມາຊິກອົງການປົກຄອງເມືອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ໄອຍະການ, ປກຊ, ປກສ ຂັ້ນເມືອງ ເຂົ້າຮ່ວມ.

ເພື່ອຮັບຟັງການລາຍງານຈາກອົງການປົກຄອງເມືອງຜົ້ງສາລີ ແລະ ເມືອງບຸນເໜືອ ກ່ຽວກັບ: ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ; ການດໍາເນີນຄະດີຢູ່ສານ; ການພິຈາລະນາຄໍາຕັດສິນຂອງສານປະຊາຊົນ; ການຄຸ້ມຄອງ, ການນໍາພາ-ຊີ້ນໍາ ແລະ ການບັນຊາກໍາລັງກອງຫຼອນ-ກໍາລັງປ້ອງກັນຕົວ; ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2; ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ;  ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ໂຄງການລົງທຶນຂອງລັດທີ່ມອບໃຫ້ເມືອງຄຸ້ມຄອງ ປະຈຳປີ 2022 ແລະ ການກໍານົດແຜນການປະຈໍາປີ 2023; ການແບ່ງຂັ້ນຄຸ້ມຄອງໂຄງການປະເພດ V; ຂັ້ນຕອນອະນຸຍາດໃຫ້ນັກລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການເກັບພັນທະ ໃນການເຊົ່າ-ສຳປະທານດິນລັດ; ການຈັດຕັ້ງປະຕິບັດການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ; ການຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ, ຂົງເຂດສາທາລະນະສຸກ; ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂົງເຂດບັນດາເຜົ່າ, ສາສະໜາ; ຮັບຟັງການລາຍຈາກຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໃນໄລຍະ 1 ປີຜ່ານມາ ໃນການປະຕິບັດພາລະບົດບາດຂອງສະມາຊິກສະພາປະຊາຊົນແຂວງ ກໍ່ຄືການເປັນຕົວແທນຂອງປະຊາຊົນບັນດາເຜົ່າ. ຈາກນັ້ນ, ບັນດາທ່ານກໍ່ໄດ້ປະກອບຄໍາຄິດຄໍາເຫັນ ແລະ ຍັງໄດ້ຮັບຟັງການລາຍງານເພີ່ມຕື່ມຕາມຄໍາຖາມເຈາະຈິ້ມຂອງປະທານກອງປະຊຸມ ແລະ ທີມງານ ເພື່ອເຮັດໃຫ້ເນື້ອໃນ ແລະ ຂໍ້ມູນ ມີຄວາມເປັນເອກະພາບ, ຖືກຕ້ອງ, ຊັດເຈນ ແລະ ຮັດກຸມ.

ແລະໃນໂອກາດດຽວກັນນີ້ ທາງຄະນະທິມງານຍັງໄດ້ນໍາເອົາ ໂທລະໂຄ່ງ ມາມອບໃຫ້ອົງການປົກຄອງເມືອງຜົ້ງສາລີ ຈໍານວນ 2 ຊຸດ, ເມືອງບຸນເໜືອ ຈໍານວນ 2 ຊຸດ ເພື່ອນໍາໄປມອບໃຫ້ບ້ານທີ່ຍັງຂາດແຄນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ.

ພາບ-ຂ່າວ: ນັກຂ່າວສະພາປະຊາຊົນແຂວງ