loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ບໍລິຄໍາໄຊ ທາບທາມຮ່າງນິຕິກໍາໃຕ້ກົດໝາຍ

​ກ.ກ. 11, 2024 | ເຂດ 11 ບໍລິຄຳໄຊ

   ໃນວັນທີ 9-10 ກໍລະກົດ 2024 ສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງນິຕິກໍາໃຕ້ກົດໝາຍ ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງທ່າພະບາດ ໂດຍເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ມີຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ 88 ທ່ານ, ຍິງ 29 ທ່ານ.
ເພື່ອຕອບສະໜອງໃຫ້ແກ່ການພັດທະນາໃນໄລຍະໃໝ່ ທັງເປັນບ່ອນອີງທີ່ສໍາຄັນ ໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍ, ພ້ອມທັງຮັບປະກັນ ໃຫ້ສອດຄ່ອງກັບຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ພາຍຫຼັງທີ່ສະພາປະຊາຊົນແຂວງຮັບຮອງ. ນິຕິກໍາທີ່ນໍາມາທາບທາມ ໃນຄັ້ງນີ້ ມີ 4 ສະບັບ, ຄື: ຮ່າງຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງໂຄງການເຂດປ່າປ້ອງກັນແຫຼ່ງນໍ້າເຂດອ່າງຮັບນໍ້າຍ້ວງຕອນໃຕ້, ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ, ຮ່າງຂໍ້ຕົກລົງວ່າດ້ວຍນະໂຍບາຍການຊົດເຊີຍ ຄ່າເສຍຫາຍຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດກາວີໂກ ລາວ ບໍ່ແຮ່ຈໍາກັດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍເຂດສະຫງວນແຄມນໍ້າພາຍໃນແຂວງບໍລິຄໍາໄຊ.
ໃນວາລະດໍາເນີນກອງປະຊຸມ ໄດ້ມີການປະກອບຄໍາເຫັນ 55 ເທື່ອຄົນ, ຍິງ 21 ເທື່ອຄົນ ຕໍ່ແຕ່ລະເນື້ອໃນຂອງຮ່າງນິຕິກໍາຢ່າງມີຈຸດສຸມ, ມີຄວາມເລິກເຊິ່ງ ສ້າງໄດ້ຄວາມເປັນເອກະພາບໃຫ້ແກ່ຄະນະຮັບຜິດຊອບນໍາໄປຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ປັບປປຸງນິຕິກໍາແຕ່ລະສະບັບ ເພື່ອເຮັດໃຫ້ນິຕິກໍາມີເນື້ອໃນຊັດເຈນ, ຄົບຖ້ວນ, ຮັດກຸມ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດຕິພາບສູງ ແລະ ເປັນບ່ອນອີງໃຫ້ພະແນກການກ່ຽວຂ້ອງ ນໍາໄປປັບປຸງ ເພື່ອນໍາເຂົ້າພິຈາລະນາ ຮັບຮອງໃຫ້ທັນຕາມກໍານົດເວລາ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງ
ຊາດ ແລະ ສະພາປະຊາຊົນແຂວງ (STEPS).
ພາບ-ຂ່າວ: ມາລາວັນ ບົວແກ້ວ