ລະຫວ່າງວັນທີ 25-26 ມີຖຸນາ 2025. ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ການກະກຽມດ້ານຫ້ອງເຮັດວຽກ ແລະ ບຸກຄະລາກອນ ໃນການເປັນເສນາທິການໃຫ້ແກ່ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເຊິ່ງແບ່ງອອກເປັນ 2 ຄະນະ, ຄະນະທີ 1 ນໍາໂດຍ: ທ່ານ ແຫວນຄໍາ ປະທຸມມະແສງ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຢູ່ເມືອງສະໜາມໄຊ ແລະ ພູວົງ, ຄະນະທີ 2 ນໍາໂດຍ: ທ່ານ ນາງ ຈັນທະລີ ສີສຸວົງ ປະທານຄະນະກໍາມະການຍຸຕິທໍາແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເມືອງສາມັກຄີໄຊ, ຊານໄຊ ແລະ ໄຊເສດຖາ, ມີບັນດາທ່ານຄະນະນໍາຂອງເມືອງ, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຫ້ອງວ່າການເມືອງ ແລະ ກວດກາພັກ-ລັດເມືອງເຂົ້າຮ່ວມເຮັດວຽກ.
ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໃນໄລຍະຜ່ານ ແລະ ການກະກຽມຄວາມພ້ອມບ່ອນເຮັດວຽກ ແລະ ບຸກຄະລາກອນ ທີ່ຈະເປັນເສນາທີການໃຫ້ແກ່ຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ III ປະຈໍາເຂດເລືອກຕັ້ງເມືອງ, ຈາກນັ້ນ, ຍັງໄດ້ສົນທະນາ ແລກປ່ຽນປະກອບຄໍາຄິດຄໍາເຫັນຮ່ວມກັນ ເພື່ອສ້າງຄວາມເປັນເອກະພາບ ເຮັດໃຫ້ວຽກງານດັ່ງກ່າວສາມາດຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ແລະ ຄຸນນະພາບ, ເຊິ່ງເຫັນໄດ້ບັນດາເມືອງ ໄດ້ມີແຜນການກະກຽມຄົ້ນຄວ້າປັບປຸງບ່ອນເຮັດວຽກ, ຄັດເລືອກບຸກຄາລະກອນ ຢ່າງລະອຽດ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ III ກໍ່ຄືວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ພາຍຫຼັງສໍາເລັດການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ III (ຊຸດໃໝ່) ໃນຕົ້ນປີ 2026 ທີ່ຈະມາເຖິງ.
ໃນໂອກາດນີ້, ຄະນະຈາກສະພາປະຊາຊົນແຂວງ ຍັງໄດ້ມີຄໍາເຫັນ ກ່ອນອື່ນໄດ້ສະແດງຄວາມຊົມເຊີຍໃນການສະໜອງຂໍ້ມູນໂດຍພື້ນຖານໃນຄັ້ງນີ້ ແລະ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ປັບປຸງຫ້ອງເຮັດວຽກ ແລະ ບຸກຄາລາກອນໃຫ້ມີຄຸນນະພາບທີ່ດີ, ເກັ່ງ ຮັບປະກັນໃນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ ກໍ່ຄື ສະມາຊິກສະພາປະຊາຊົນແຂວງ ໃນຊຸດຕໍ່ໄປ ໃຫ້ມີມາດຖານ ແລະ ຄຸນນະພາບ ແລະ ຈະນໍາເອົາເນື້ອໃນດັ່ງກ່າວເພື່ອເປັນຂໍ້ມູນລາຍງານຕໍ່ຄະນະປະຈໍາສະພາປະຊາຊົນແຂວງ ແລະ ສະພາແຫ່ງຊາດ.
(ວິນັດ ສີສຸລາດ)