loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ປະຈໍາປີ 2023

​ພ.ຈ. 22, 2023 | ເຂດ 2 ຜົ້ງສາລີ

ໃນວັນທີ 21 ພະຈິກ 2023, ສະພາປະຊາຊົນແຂວງຜົ້ງສາລີ (ສພຂ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈໍາປີ 2023 ພາຍໃນສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຫຸມເພັງ ຈອມວິສານ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງທ່ານ ຄໍາມາ ສຸລິວົງ ຮອງເລຂາທິການສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຈັດຕັ້ງ-ພະນັກງານ ຂຶ້ນສະເໜີຈຸດປະສົງ, ເຜີຍແຜ່ດໍາລັດ ເລກທີ 300/ລບ, ລົງວັນທີ 13/9/2017, ພ້ອມທັງແນະນໍາວິທີການປະເມີນ, ຈາກນັ້ນ, ປະທານກອງປະຊຸມ ກໍ່ໄດ້ນໍາພາ-ຊີ້ນໍາ ແລະ ດໍາເນີນການປະເມີນ, ພາຍໃນສະພາປະຊາຊົນແຂວງມີພະນັກງານ-ລັດຖະກອນທັງໝົດ 53 ທ່ານ, ຍິງ 21 ທ່ານ, ໃນນີ້ ໄດ້ຖືກປະເມີນຕົວຈິງ 33 ທ່ານ, ຍິງ 17 ທ່ານ, ເຊິ່ງໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍຂອງການປະເມີນ ຄື: (1) ກຸ່ມຄະນະນໍາທີ່ມີຕໍາແໜ່ງບໍລິຫານ ປະເພດ 3 ຂຶ້ນໄປ (1-3), (2) ກຸ່ມພະນັກງານທີ່ມີຕໍາແໜ່ງບໍລິຫານປະເພດ 5 – 6, (3) ກຸ່ມພະນັກງານວິຊາການ ຂອງບັນດາຄະນະກໍາມະການຄະນະເລຂາທິການສະພາປະຊາຊົນແຂວງ. ຫຼັງຈາກນັ້ນ, ບັນດາທ່ານ ກໍ່ໄດ້ຂຶ້ນຜ່ານໃບປະເມີນຂອງຕົນຕາມລໍາດັບ ພ້ອມທັງປະກອບຄໍາຄິດເຫັນ ຕໍາໜິສົ່ງຂ່າວ ເພື່ອປັບປຸງກໍ່ສ້າງ ເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດອັນຟົດຟື້ນ, ເຊິ່ງດໍາເນີນເປັນເວລາ 1 ວັນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມແຜນການທີ່ວາງໄວ້.

ພາບ-ຂ່າວ: ສູນທອງ ວິໄລຈິດ