



ທ່ານ ນ. ຄຳພອນ ພິມະຈັນ ຮອງປະທານ ສພຂ, ໄດ້ຕາງໜ້າຄະນະປະຈໍາ ສະພາປະຊາຊົນແຂວງອຸດົມໄຊ ສະເໜີບົດລາຍສະພາບເຫດການໄພພິບັດທີ່ເກີດຂຶ້ນຈາກລົມພາຍຸໜູນເຂດຮ້ອນ ມາອອນ, ຕາມບົດລາຍງານຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດມີຝົນຕົກຫນັກຕິດຕໍ່ກັນຫລາຍຊົ່ວໂມງ ເຖີງຕອນບ່າຍວັນທີ 26 ສິງຫາ 2022 ນີ້ ເຮັດໃຫ້ປະລິມານ ນໍ້າກໍ ແລະ ນໍ້າມ້າວສູງຂື້ນ, ພ້ອມທັງເກີດມີນໍ້າປ່າໄຫລສຸແຮງ, ດິນເຈື່ອນຖົມທາງ, ຕາມການລາຍງານຕົວເລກຜົນເສຍຫາຍຈາກສະພາບເຫດການໄພນໍ້າຖ້ວມຈາກ ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ, ມາຮອດ ວັນທີ 28 ສິງຫາ 2022, ຂໍ້ມູນຜົນເສຍຫາຍ ໄດ້ມີຕົວເລກລາຍງານຄືນຕໍ່ຜົນກະທົບ ແລະ ເສຍຫາຍຄືນ ໂດຍເມືອງທີ່ໄດ້ຮັບຜົນກະທົບມີທັງໝົດ 03 ເມືອງ ຄື: ເມືອງໄຊ, ເມືອງນາໝໍ້ ແລະ ເມືອງຫຼາ ລາຍລະອຽດມີດັ່ງນີ້: ເມືອງໄຊ: ຂໍ້ມູນເບື້ອງຕົ້ນຂອງຄະນະກຳມະ ການ ແລະ ກອງເລຂາຄຸ້ມຄອງໄພພິບັດ ເມືອງໄຊ ມີຜົນກະທົບໃສ່ໃນຂົງ ເຂດເທດສະບານເມືອງ ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນໍ້າຂັງ ແລະ ຖ້ວມບ້ານເຮືອນເນື້ອທີ່ທຳການຜະລິດຂອງປະຊາຊົນ ຕາມລຽບແຄມສາຍນໍ້າກໍ ກະທົບຈຳນວນ 11 ບ້ານ, ມີ 106 ຄອບຄົວ, ເສຍຫາຍ 7 ຫຼັງຄາເຮືອນ ແລະ ເລົາເຂົ້າເສຍຫາຍຈໍານວນ 16 ເລົາ, ກະທົບຕໍ່ໂຮງຮຽນປະຖົມ 5 ແຫ່ງ, ເສັ້ນທາງ 11 ຈຸດ ແລະ ຂົວ 11 ແຫ່ງ, ນໍ້າລິນເປເພ່ 7 ຈຸດ, ດິນເຈື່ອນ 15 ຈຸດ. ເມືອງນາໝໍ້: ຜ່ານການລົງເກັບກໍາຂໍ້ມູນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງຕໍ່ສະພາບຝົນຕົກໜັກ ໃນຄັ້ງວັນທີ 26 ສີງຫາ 2022, ໄດ້ກະທົບຕໍ່ຄອບຄົວພໍ່ແມ່ປະຊາຊົນຈຳນວນ 3 ບ້ານ, ໄດ້ຮັບຜົນກະທົບ ຈໍານວນ 215 ຫຼັງຄາເຮືອນ, ຈຳນວນພົນ 1,488 ຄົນ, ຍິງ 581 ຄົນ, ເຮືອນເສຍຫາຍຈຳນວນ 14 ຫຼັງຄາເຮືອນ,ເສົາໄຟຟ້າລົ້ມ ຈຳນວນ 45 ຕົ້ນ ແລະ ຖືກກະທົບບັນດາຫ້ອງການ ພາກລັດ ຈຳນວນ 13 ພາກສ່ວນ, ໂຮງໝໍ 1 ຫຼັງ, ໂຮງຮຽນ ຂ ຫຼັງ, ຂົວເປເພ່ 1 ແຫ່ງ. ເມືອງຫຼາ: ຜ່ານການລົງເກັບກໍາຂໍ້ມູນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງຕໍ່ສະພາບຝົນຕົກໜັກ ໃນຄັ້ງວັນທີ 26 ສີງຫາ 2022, ໄດ້ກະທົບຕໍ່ຄອບ ຄົວພໍ່ແມ່ປະຊາຊົນຈໍານວນ 4 ບ້ານ, ນໍ້າຖືກພັດໄຫຼ ຈຳນວນ 37 ຫຼັງຄາເຮືອນ, ເລົາເຂົ້າເສຍຫາຍ ຈຳນວນ 7 ເລົາ, ເສຍຊີວິດ 2 ຄົນ ແລະ ບາດເຈັບ ຈໍານວນ 2 ຄົນ; ເສັ້ນທາງຖືກຕັດຂາດ 4 ຈຸດ ແລະ ດິນເຈື່ອນຖົມທາງຫຼາຍຈຸດ ເຮັດໃຫ້ການສັນຈອນຕິດຂັດ.


ພາບ/ຂ່າວ: ແສງພອນ ອິນນະລົງ.