
ຕອນເຊົ້າຂອງວັນພະຫັດທີ 07 ເມສາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍແຜ່ເອກະສານ ແລະ ມອບໃບຍ້ອງຍໍຜົນງານປະຈໍາປີ 2021 ໃຫ້ພະນັກງານ – ລັດຖະກອນ ສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກຳມະການປະຈໍາພັກແຂວງ, ຮອງປະທານ ສພຂ, ເຂົ້າຮ່ວມມີທ່ານ ນາງ ຄໍາພອນ ພິມມະຈັນ ຮອງປະທານ ສພຂ, ມີບັນດາທ່ານຄະນະປະຈໍາ, ຄະນະເລຂາທິການ ແລະ ພະນັກງານ – ລັດຖະກອນພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.





ບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີຂໍ້ກໍານົດຊົວຄາວ ເລກທີ 234/ຄປຈ, ລົງວັນທີ 28 ມີນາ 2022 ວ່າດວ້ຍລະບຽບ ແລະ ການປະຕິບັດນະໂຍບາຍພາຍໃນ ສພຂ(ສະບັບປັບປຸງ); ແຈ້ງການຂອງພະແນກພາຍໃນແຂວງ ເລກທີ 212/ພຂ, ລົງວັນທີ 28 ມີນາ 2022 ເລື່ອງປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈໍາປີ; ແຈ້ງ ການເລກທີ 322/ຫວຂ, ລົງວັນທີ 04/04/2022 ເລື່ອງສະຫຼອງບຸນປີໃໝ່ລາວ ປີ ພສ 2565(ຄສ 2022) ແລະ ຄໍາສັ່ງເລກທີ 307/ອຊ, ລົງວັນທີ 6 ເມສາ 2022 ວ່າດ້ອຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນໄລຍະສະຫຼອງບຸນປີໃໝ່ລາວ ປີ ພສ 2565(ຄສ 2022)ຢູ່ແຂວງອຸດົມໄຊ, ສະເໜີໂດຍທ່ານ ນາງ ວັນສີ ພວງມະໄລ ກຳມະການປະຈໍາ ສພຂ, ເລຂາທິການ ສພຂ, ພ້ອມກັນນັ້ນ ເພື່ອເປັນການຮັກຄວາມສະຫງົບພາຍໃນ ສພຂ ທາງຄະນະຮັບຜິດຊອບວຽກງານປ້ອງກັນພາຍໃນ ສພຂ ກໍ່ໄດ້ຜ່ານແຜນ ແລະ ຕາຕະລາງເວນຢາມຊ່ວງພັກປີໃໝ່ລາວ ທີ່ຈະມາເຖິງໃນມໍ່ໆນີ້.




ໂອກາດດັ່ງກ່າວ, ພາຍຫລັງເຜີຍແຜ່ເອະສານສຳເລັດ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ, ສະບັບເລກທີ 158/ອຊ, ລົງວັນທີ 01/03 /2022 ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍ ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ທີ່ມີຜົນງານດີເດັ່ນປະຈໍາປີ 2021, ໃນນີ້ມີໃບຍ້ອງຍໍ້ 35 ໃບ ແລະ ໃບຊົມເຊີຍ 3 ໃບ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ແລະ ດີ ໃນການເຄື່ອນ ໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫລອດໄລຍະໜຶ່ງປີ 2021 ຜ່ານມາ, ພ້ອມທັງຈັດພິທີ່ມອບຢ່າງເປັນທາງການ.


ຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມເຊິງທ່ານໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນຮັກສາມູນເຊື້ອອັນດີງາມໃນການຈັດຕັ້ງປະຕິບັດວຽກງານ, ເພີ່ມທະວີການສຶກສາອົບຮົມດ້ານການເມືອງແນວຄິດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາແຈ້ງການ ແລະ ຄຳສັງຕ່າງໆ, ມີສະຕິເຄົາລົບລະບຽບການ ແລະ ບັນດາມາດຕະການຄວາມຄຸມ-ປ້ອງກັນພະຍາດໂຄວິດ 19 ແລະ ສະຫຼອງບຸນປີລາວຢ່າງລະມັດລະວັງ ເພື່ອບໍ່ກໍ່ໃຫ້ເກີດຄວາມເສັຍຫາຍຕ່າງໆ ຕໍ່ຕົນເອງ, ຄອບຄົວ ແລະ ຕໍ່ສັງຄົມ.

