loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຫຼວງນໍ້າທາ ເຄື່ອນໄຫວຕິດຕາມກວດກາໂຄງການຂຸດຄົ້ນບໍ່ຖ່ານຫີນຢູ່ເມືອງວຽງພູຄາ

ທ.ວ. 28, 2023 | ເຂດ 3 ຫຼວງນ້ຳ​ທາ

ໃນລະຫວ່າງວັນທີ 25-27 ທັນວາ 2023 ນີ້ ສະພາປະຊາຊົນແຂວງຫລວງນໍ້າທາ ເຄື່ອນໄຫວຕິດຕາມກວດກາໂຄງການຂຸດຄົ້ນບໍ່ຖ່ານຫີນ ຂອງບໍລິສັດບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖ່ານຫີນ ຈຳກັດຜູ້ດຽວ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ເຊິ່ງນຳໂດຍ ທ່ານ ຄຳພອນ ເຕີ່ນຈະເລີນ ກຳມະການຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ແລະ ທ່ານ ພັທ ບຸນສົມ ທຳມະວົງ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ພ້ອມດ້ວຍຄະນະ, ມີສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງວຽງພູຄາ, ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 125 ທ່ານ ຍິງ 48 ທ່ານ.

ໃນໂອກາດດຽວກັນນັ້ນຍັງໄດ້ຈັດກອງປະຊຸມຮ່ວມກັບອົງການປົກຄອງເມືອງວຽງພູຄາ ໂດຍການເຂົ້າຮ່ວມຂອງທ່ານ ບຸນຊົງ ວາໄຊຢີ ເລຂາພັກເມືອງ ເຈົ້າເມືອງ ເມືອງວຽງພູຄາ, ທ່ານ ສົມຫວັງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ, ມີສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຄະນະຄຸ້ມຄອງຂັ້ນເມືອງ, ຜູ້ຕາງໜ້າບໍລິສັດບົວໄລມັງກອນທອງ ເຂົ້າຮ່ວມ, ໃນກອງປະຊຸມໄດ້ຮັບຟັງ ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງຄະນະຄຸ້ມຄອງໂຄງການຂັ້ນເມືອງ, ຮັບຟັງການລາຍງານກ່ຽວກັບສະພາບການອວ່າຍແລວນ້ຳເງິນ ຂອງບໍລິສັດ ບົວໄລມັງກອນທອງ ເປັນຕົ້ນແມ່ນ ດຳເນີນຜົນການແກ້ໄຂຜົນກະທົບ, ສິ່ງປຸກສ້າງ, ຜົນລະປູກ ແລະ ເນື້ອທີ່ດິນ, ການແກ້ໄຂການແຍກຍ້າຍແລວສາຍສົ່ງໄຟຟ້າ ເຂດພື້ນທີ່ສຳປະທານ ບໍລິສັດດັ່ງກ່າວ,ການດຳເນີນການແກ້ໄຂເເລວນໍ້າເງິນໃໝ່ມີຄວາມຍາວທັງໝົດ 750 ແມັດ , ການແກ້ໄຂບັນຫາຄຣິບວີດີໂອລົງໂຊຊ່ຽວ,ດຳເນີນການແກ້ໄຂ 4 ຄອບຄົວທີ່ບໍລິສັດໄດ້ສະເໜີໃໝ່ ແລະ ອື່ນໆ.

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຕິດຕາມກວດກາຄືນການຈັດຕັ້ງປະຕິບັດໂຄງການດັ່ງກ່າວທັງເປັນການເກັບກຳຂໍ້ມູນ, ຂໍ້ຂ້ອງໃຈຂອງປະຊາຊົນຕໍ່ການຊົດເຊີຍຜົນກະທົບຈາກໂຄງການດັັ່ງກ່າວ ເພື່ອນຳເອົາຄໍາຄິດເຫັນຕ່າງໆຂອງປະຊາຊົນນຳສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ, ບໍລິສັດດັ່ງກ່າວ ເພື່ອປຶກສາຫາລືຊອກຫາວິທີທາງແກ້ໄຂຕາມຄວາມເໝາະສົມ.

ໃນໂອກາດດຽວກັນນັ້ນຄະນະທີມງານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ໄດ້ລົງພົບປະປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວທັງໝົດ 4 ບ້ານຄື ສະໂກນ, ບ້ານໄລລອດ, ບ້ານນ້ຳເງີນ ແລະ ບ້ານໂພນທອງ ເມືອງວຽງພູຄາ ແຂວງຫລວງນໍ້າທາ ພ້ອມທັງລົງຕິດຕາມກວດກາຢູ່ພາກສະໜາມຕົວຈິງຂອງໂຄງການ, ຈຸດທີ່ມີການອວ່າຍແລວຂອງບໍລິສັດດັ່ງກ່າວ.

ການເຄື່ອນໄຫວຄັ້ງນີ້ໄດ້ຮບການສະໜັບສະໜູນຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS)

 

ໂດຍ ນາງ ອໍາພອນ ສີປະເສີດ