loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຫລວງນໍ້າທາຈັດຕັ້ງເຊື່ຶອມຊືມມູນເຊື້ອ 2 ວັນປະຫວັດສາດລາວ ແລະ ເອກະສານສໍາຄັນຕ່າງໆ

​ກ.ກ. 19, 2023 | ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າວັນທີ່ 18 ກໍລະກົດນີ້ ສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປາຖະກະຖາເຊື່ອມຊືມວັນຄ້າຍວັນເກີດ ແລະ ມູນເຊື້ອປະທານສຸພານູວົງ ຄົບຮອບ 114 ຄືວັນທີ 13 ກໍລະກົດ 1909 -13 ກໍລະກົດ 2023 ແລະວັນເຊັນສັນຍາມິດຕະພາບການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຢູທີ່ຫ້ອງປະຊຸມຂອງຕົນພາຍໃຕ້ການເປັນປະທານຂອງທາ່ນ ນາງ ອຸ່ນຫລ້າ ອ້ຽງລໍລາດ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີສະມະຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຂະແໜງ, ພະນັກງານ – ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຜ່ານບົດແນະນໍາເລກທີ 0226/ຄອຮຂ ຄະນະໂຄສະນາອົມຮົມແຂວງກຽ່ວກັບການປະຖະກະຖາຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນເຊັນສັນຍາມິດຕະພາບການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ, ຂໍ້ຕົກລົງເຈົ້າແຂວງເລກທີ 199/ຈຂ ລົງວັນທີ 20 ເມສາ 2022 ວ່າດ້ວຍກອງທືນສົງເຄາະ,ແຈ້ງການເລກທີ263/ຮສສຂລົງວັນທີ 23 ມີນາ 2023 ກຽ່ວກັບການປະກອບສ່ວນເງິນເຂົ້າກອງທືນສົງເຄາະແຂວງ ຕາມລໍ້າດັບ.

                       ເພື່ອຫວນຄືນມູນເຊື້ອຂອງທ່ານ ປະທານ ສຸພານຸວົງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນການປົດປັກຮັກສາ, ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຊີ້ໃຫ້ເຫັນຄວາມສາມັກຄີພິເສດຮອບດ້ານເຕີບໃຫຍ່ໜັກແໜ້ນຂະຫຍາຍຕົວຢ່າງບໍ່ຢູດຢັ້ງຂອງສອງຊາດລາວ-ຫວຽດນາມ, ຄວາມສໍາຄັນ ແລະ ຈໍາເປັນຂອງການສ້າງກອງທືນສົງເຄາະ; ທັງນີ້ກໍ່ເພື່ອສືກສາອົບຮົມພະນັກງານສະມະຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ເພີ່ມທະວີຄວາມສາມັກຄີປອງດອງມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ປົກປັກຮັກສາພັດທະນາບ້ານເກີດເມືອງນອນໃຫ້ມີຄວາມເຂັ້ມແຂງທາງເສດຖະກິດສັງຄົມມີຄວາມສະຫງົບສີວິໄລ.

                                                                                ຂ່າວ ນາງ ອາເມີງ ວີແຄລູ