ສະພາປະຊາຊົນແຂວງຫລວງນ້ຳທາຈັດພິທີມອບຮັບຫລຽນກາລະນຶກ 50 ປີ

ທ.ວ. 25, 2025

ເນື່ອງໃນໂອກາດ ກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາປະຊາຊົນແຂວງຊຸດທີ IV ໄດ້ຈັດພິທີມອບ-ຮັບຫຼຽນກາລະນຶກ 50 ປີ ຂອງສະພາແຫ່ງຊາດໃຫ້ການນໍາອົງການປົກຄອງແຂວງຈໍານວນ 5 ທ່ານ, ອາດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຊຸດທີ I-VIII ຈໍານວນ 12 ທ່ານ ແລະ ຄະນະປະຈຳສພາປະຊາຊົນແຂວງຊຸດທີIII-IV ຈຳນວນ 3 ທ່ານ ທັງນີ້ ເພື່ອລະນຶກຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.