ສະພາປະຊາຊົນແຂວງຫລວງນ້ຳທາ ລົງພົບປະຢ້ຽມຢາມ, ເຜີຍແຜ່ຜົນສຳເລັດກອງປະຊຸມ ຢູ່ສະໂມສອນເມືອງຫລວງນໍ້າທາ

ກ.ຍ. 24, 2025

       ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ໃນວັນທີ 24 ກັນຍາ 2025 ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະພະນັກງານຫລັກແຫລ່ງ, ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ(ສພຊ) ແລະ ສະພາປະຊາຊົນແຂວງ(ສພຂ) ຢູ່ສະໂມສອນເມືອງຫລວງນ້ຳທາ ມີເລຂາພັກເມືອງ, ກຳມະການພັກເມືອງ, ສອງກຳລັງປກຊ-ປກສ, ພ້ອມດ້ວຍພະນັກງານຫລັກແຫລ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

​      ໂອກາດນີ້ ໄດ້ຮັບຟັງສະພາບຫຍໍ້ການຈັດຕັ້ງປະຕິບັດວຽກງານພາຍໃນເມືອງ ໃນໄລຍະຜ່ານມາ  ພ້ອມທັງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຂ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາ ຮັບຮອງເອົາວຽກງານອົງການປົກຄອງແຂວງ 6 ເດືອນຕົ້ນປີ 2025 ; ຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງ ວຽກງານສະພາປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງ ສພຂ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບ ແລະ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ; ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນບັນຫາທີ່ພົບຄວາມຫຍຸ້ງຍາກພາຍໃນເມືອງ, ບ້ານ ເປັນຕົ້ນບັນຫາພື້ນຖານໂຄງລ່າງ ແລະ ອຶ່ນໆ ເພື່ອສະເໜີພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງແກ້ໄຂຕາມສົມຄວນ.