ສະພາປະຊາຊົນແຂວງຫລວງນ້ຳທາ ຖະແຫລງການກ່ຽວກັບກອງປະຊຸມສະໄໝເທື່ອທີ 9

​ກ.ກ. 18, 2025

ຕອນແລງວັນທີ 18 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ຈັນທະສຸລິນ ໝັ້ນປະດິດ  ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ຖະແຫລງການກ່ຽວກັບກອງປະຊຸມສະໄໝເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II, ເຊິ່ງຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ເຊິ່ງຈະໃຊ້ເວລາດຳເນີນກອງປະຊຸມເປັນເວລາ 2 ວັນເຕັມ ( ວັນທີ22-23 ກໍລະກົດ 2025);

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້, ຈະໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນພຶ້ນຖານຂອງແຂວງ ດັ່ງນີ້:ບົດລາຍງານຂອງເຈົ້າແຂວງໆຫຼວງນໍ້າທາ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາຫົກເດືອນຕົ້ນປີ ແລະ ແຜນຈຸດສູມຫົກເດືອນທ້າຍປີ 2025 ຂອງແຂວງ; ບົດລາຍງານ ຂອງອົງການປົກຄອງກ່ຽວກັບ ການຈັດຕັ້ງປະຕິິບັດແຜນງົບປະມານແຫ່ງລັດ ປະຈໍາຫົກເດືອນຕົ້ນປີ, ແຜນການຫົກເດືອນທ້າຍປີ 2025 ແລະ ແຜນດັດແກ້ງົບປະມານປະຈໍາປີ 2025 ຂອງແຂວງ; ບົດລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ; ບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງ ພາຍໃນເທດສະບານ ແລະ ບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ການກໍານົດເຂດປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ແຂວງຫຼວງນໍ້າທາ; ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາຫົກເດືອນຕົ້ນປີ ແລະ ແຜນການຫົກເດືອນທ້າຍປີ 2025 ຂອງສະພາປະຊາຊົນ.

ໃນນາມຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ໄດ້ເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງຫຼວງນໍ້າທາ ຈົ່ງຕິດຕາມການດໍາເນີນກອງປະຊຸມໃນຄັ້ງນີ້.

ຂ່າວ ວັນນີ ແຝງບົວວັນ