ຕອນແລງວັນທີ 23 ພຶດສະພາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດພິທີມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງປະຊາຊົນປະຕິວັດລາວ ແລະ ຍ້ອງຍໍບຸກຄົນດີເດັ່ນປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີສະມາຊິກສະພາປະຊາຊົນແຂວງ, ອາດີດສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງປະຊາຊົນປະຕິວັດລາວ ແລະ ບັນດາທ່ານທີ່ໄດ້ຮັບຫລຽນກາລະນຶກ 70 ປີ ທີ່ປະຈຳການ, ບໍານານ ຢູ່ສະພາປະຊາຊົນແຂວງ ທັງໝົດ 8 ທ່ານ, ຍິງ 1 ທ່ານ, ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍບຸກຄົນດີເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫລວງນ້ຳທາ ປະຈຳປີ 2024 ສະພາປະຊາຊົນແຂວງ ຈຳນວນ 38 ທ່ານ, ຍິງ 19 ທ່ານ ໄດ້ຈັດພິທີມອບຢ່າງສົມກຽດ ໂດຍໃຫ້ກຽມອບຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ຕອນແລງຂອງວັນດຽວກັນ ໄດ້ດຳເນີນກອງປະຊຸມທາບທາມບຸກຄະລາກອນທີ່ຈະເປັນກຳມະການໜ່ວຍພັກສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກ ມິສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງຜ່ານຂໍ້ຕົກລົງຄະນະຮັບຜິດຊອບການທາບທາມບຸກຄະລາກອນ ທີ່ຈະເປັນຄະນະໜ່ວຍພັກ ສະພາປະຊາຊົນແຂວງ, ຮັບຟັງຜ່ານມາດຖານເງື່ອນໄຂທີ່ຈະເປັນຄະນະໜ່ວຍພັກ, ໄດ້ສະເໜີລາຍຊື່ເປົ້າໝາຍທາບທາມ ແລະ ສະມາຊິກພັກສົມບຸນໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກໃໝ່ຈຳນວນ 3 ສະຫາຍ, ເລືອກເອົາ 1 ສະຫາຍ,