ຕອນບ່າຍຂອງວັນທີ 5 ມີນາ ທີ່ຜ່ານມາ, ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດພິທີ ມອບໃບຍ້ອງຍໍຂັ້ນແຂວງໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024, ຕິດພັນກັບການປະກາດການບັນຈຸສັບຊ້ອນ, ຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນສະພາປະຊາຊົນແຂວງ; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສພະາປະຊາຊົນແຂວງ, ເຂົ້າຮ່ວມມີຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຕາງໜ້າຈາກພະແນກການຂອງແຂວງ ແລະ ພະນັກງານ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ;
ກອງປະຊຸມໄດ້ຮັບຟັງການຜ່ານເອກະສານ ຂໍ້ຕົກລົງ ສະບັບເລກທີ 341/ຈຂ ວ່າດ້ວຍ ອະນຸມັດການຍ້ອງຍໍຂັ້ນແຂວງໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ພ້ອມທັງຈັດພີທິມອບໃບຍ້ອງຍໍ ໃຫ້ພະນັກງານ ຈໍານວນ 49 ທ່ານ, ຍິງ 24 ທ່ານ; ຈາກນັ້ນ, ໄດ້ຮັບຟັງການຜ່ານຂໍ້ຕົກລົງ ເລກທີ 212/ຄລສຂ.ສວ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະເລຂາທິການ ສະພາປະຊາຊົນແຂວງ; ຂໍ້ຕົກລົງ ເລກທີ 195/ຄລສຂ.ສວ ວ່າດ້ວຍ ຕົກລົງຄະນະເລຂາທິການຍົກຍ້າຍບາງໜ້າວຽກໃຫ້ຖືກຕ້ອງສອດຄ່ອງກັບພາລະບົດບາດຂອງແຕ່ລະຂະແໜງການ ແລະ ຜ່ານຂໍ້ຕົກລົງ ຕື່ມອີກ 5 ສະບັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ຍົກຍ້າຍສັບຊ້ອນໝູນວຽນພະນັກງານວິຊາການ ເຂົ້າໃສ່ແຕ່ລະຂະແໜງການ ປະກອບມີ:
1. ແຕ່ງຕັ້ງ ທ່ານ ພັດທະນາ ແກ້ວບົວລະພາ ເປັນຫົວໜ້າຂະແໜງບໍລິຫານ-ການເງິນ;
2. ແຕ່ງຕັ້ງ ທ່ານ ບົວທອງ ບຸນທິສານ ເປັນຫົວໜ້າຂະແໜງເສດຖະກິດ;
3. ແຕ່ງຕັ້ງ ທ່ານ ພອນໄຊ ບຸນຍະວົງສີ ເປັນຮອງຫົວໜ້າຂະແໜງແຜນການ ແລະ ການເງິນ;
4. ຍົກຍ້າຍ ທ່ານ ນາງ ນົກວິທະຍາ ພັນທະວົງ ຫົວໜ້າຂະແໜງບໍລິການ-ການເງິນ ໄປປະຈໍາການເປັນຫົວໜ້າຂະແໜງວັດທະນະທໍາ-ສັງຄົມ;
5. ຍົກຍ້າຍ ທ່ານ ນາງ ຄັດສອນ ຮຸ່ງສະຫວ່າງ ຮອງຫົວໜ້າຂະແໜງວຽກງານ ສສຊ,ສສຂ ໄປປະຈໍາການເປັນຮອງຫົວໜ້າຂະແໜງຄົ້ນຄວ້າ,ສັງລວມ ແລະ ຂໍ້ມູນ-ຂ່າວສານ;
6. ຍົກຍ້າຍ ທ່ານ ນາງ ຈັນທີ ດວງປັນຍາ ວິຊາການຂະແໜງບໍລິຫານ-ການເງິນ ໄປປະຈໍາການເປັນວິຊາການ ຂະແໜງຄົ້ນຄວ້າ,ສັງລວມ ແລະ ຂໍ້ມູນ-ຂ່າວສານ;
ຕອນທ້າຍ ທ່ານ ສີເຮັງ ຫອມສົມບັດ ໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຊົມເຊີຍ ຕໍ່ຜົນງານຂອງພະນັກງານທີ່ມີຜົນສໍາເລັດໃນໜຶ່ງປີທີ່ຜ່ານມາ ແລະ ທ່ານຍັງໄດ້ໂອ້ລົມເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເພື່ອໃຫ້ມີຜົນສໍາເລັດເປັນກ້າວໆ ທັງໃຫ້ເຫັນໄດ້ບັນດາໜ້າວຽກທີ່ຈະຕ້ອງໄດ້ພ້ອມກັນບຸກທະລຸ ແລະ ຕ້ອງສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດໃນຕໍ່ໜ້າ, ການຕົກລົງສັບຊ້ອນຍົກຍ້າຍຄັ້ງນີ້ ເພື່ອປະກອບເຂົ້າໃນກົງຈັກການຈັດຕັ້ງ ໃຫ້ມີຄວາມແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານ ແລະ ເຮັດໃຫ້ວຽກງານມີທ່າຫັນປ່ຽນທີ່ດີຂຶ້ນ, ສອດຄ່ອງກັບການປະຕິບັດວຽກງານຕົວຈິງ, ສໍາລັບພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ແມ່ນເປັນວຽກງານປົກກະຕິ ຂອງລະບົບການບໍລິຫານທາງລັດຖະການ ເພື່ອຮັບປະກັນການຈັດຕັ້ງ ໃຫ້ມີການສືບຕໍ່ເຄື່ອນໄຫວ ຮັບປະກັນວຽກງານວິຊາສະເພາະມີການຕໍ່ເນື່ອງ, ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວບຸກທະລຸຢ່າງມີປະສິດທິພາບ ແລະ ປະສິດທິຜົນໃນໜ້າທີ່ການເມືອງແຕ່ລະໄລຍະ; ທັງເນັ້ນໃຫ້ພ້ອມກັນສຸມທຸກເຫື່ອແຮງສະຕິປັນຍາ ຜ່ານຜ່າພາລະກິດອັນໜັກໜ່ວງ ເຂົ້າໃນການປະກອບສ່ວນໜ້າທີ່ຍຸດທະສາດ ກໍ່ຄືການພັດທະນາປະເທດຊາດ, ເຮັດສໍາເລັດໜ້າທີ່ການເມືອງແຕ່ລະໄລຍະຢ່າງສຸດກົກສຸດປາຍ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ