loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງສາລະວັນ ໂອນເງິນສົມທົບຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ກ.ຍ. 19, 2024 | ເຂດ 14 ສາ​ລະ​ວັນ

ຕອນເຊົ້າຂອງວັນທີ 19 ກັນຍາ 2024 ນີ້, ທີ່ສະພາປະຊາຊົນແຂວງ ສາລະວັນ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກສະພາປະຊາຊົນແຂວງ, ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງ ໄດ້ພ້ອມໃຈສົມທົບທຶນກັນພາຍໃນ ແລະ ປຸກລະດົມການປະກອບສ່ວນຂອງສັງຄົມ ລວມຈໍານວນເງິນ 32,500,000 ກີບ, ໂອນມອບໃຫ້ສະພາປະຊາຊົນແຂວງ ຫຼວງນໍ້າທາ (ໃນນາມແຂວງແຮກສ່ຽວ) ເພື່ອຈັດຊື້ເຄື່ອງອຸປະໂພກ ແລະ ບໍລິໂພກ ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວແຂວງ ຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ນໍ້າຖ້ວມຢ່າງຮ້າຍແຮງ ຈາກພາຍຸໄຕ້ຝຸ່ນຢາກີ ໃນຄັ້ງວັນທີ 10 ກັນຍາ ທີ່ຜ່ານມາ, ເງິນຈໍານວນດັ່ງກ່າວເປັນອີກໜຶ່ງກໍາລັງແຮງໃນການສະໜັບສະໜູນ, ຊ່ວຍເຫລືອ, ຟື້ນຟູສະພາບແວດລ້ອມ ແລະ ຊີວິດການເປັນຢູ່ພໍ່ແມ່ປະຊາຊົນຊາວແຂວງ ຫຼວງນໍ້າທາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ