ໃນລະຫວ່າງວັນທີ 12 ຫາ 22 ພຶດສະພາ 2025 ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ສຳເລັດເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍ ໃນຂົງເຂດເສດຖະກິດ ຢູ່ 14 ເມືອງ ແລະ 01 ນະຄອນ ຊຶ່ງໄດ້ແບ່ງອອກເປັນ 03 ຄະນະ ແລະ ແຕ່ລະນະແມ່ນໄດ້ເຄື່ອນໄຫວ 5 ເມືອງ ຄື: ຄະນະທີ 01 ນໍາພາໂດຍທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ; ຄະນະທີ 02 ນຳໂດຍ ທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ ຄະນະທີ 03 ນຳໂດຍທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຮັບຜິດຊອບເຜີຍແຜ່ກົດໝາຍ ຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີເລຂາ-ຮອງເລຂາພັກເມືອງ-ພັກນະຄອນ, ຄະນະປະຈໍາພັກເມືອງ-ຄະນະປະຈຳພັກນະຄອນກໍາມະການພັກເມືອງ-ກຳມະການພັກນະຄອນ,ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ-ນະຄອນ, ຫົວໜ້າຫ້ອງການອ້ອມຂ້າງເມືອງ-ອ້ອມຂ້າງນະຄອນ, ທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ ຕະຫຼອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມຮັບຟັງທັງ ໝົດ1.570 ທ່ານ, ຍິງ 443 ທ່ານ.
ຊຶ່ງກອງປະຊຸມເຜີຍແຜ່ແມ່ນຈັດຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການຂອງແຕ່ລະເມືອງ ແລະ ສະໂມສອນຂອງນະຄອນ ບັນດາກົດໝາຍ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍທີ່ດິນ ( ສະບັບປັບປຸງ) ສະບັບເລກທີ 70/ ສພຊ , ລົງວັນທີ 21 ມີຖຸນາ 2019 ປະກອບມີ XV ພາກ,188 ມາດຕາ; ກົດໝາຍວ່າດ້ວຍປ່າໄມ້( ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມີຖຸນາ 2019 ປະກອບມີ XV ພາກ,175 ມາດຕາ; ກົດໝາຍວ່າດ້ວຍກະສິກຳ ສະບັບເລກທີ01/ 98 ສພຊ, ລົງວັນທີ 10 ຕຸລາ 1998 ປະກອບມີ VIII ພາກ, 85 ມາດຕາ ນອກຈາກນີ້ ຍັງມີກົດໝາຍວ່າດ້ວຍຂໍ້ຜູກພັນສັນຍາ ທີ່ນອນຢູ່ໃນປະມວນກົດໝາຍແພ່ງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງເຂດສະຫງວນທາງຫຼວງ. ຊຶ່ງໃນແຕ່ລະພາກແຕ່ລະມາດຕາ ຂອງກົດໝາຍ ບັນດາພະແນກການທີ່ກ່ຽວຂ້ອງເປັນຕົ້ນ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກກະສິກຳ ແລະ ປ່າໄມ້ແຂວງ; ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພະແນກຍຸຕິທຳແຂວງ ກໍໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງໃນການນຳສະເໜີເຜີຍແຜ່ ຂອງບັນດາເນື້ອໃນກົດໝາຍດັ່ງກ່າວຢ່າງລະອຽດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນທີ່ສໍາຄັນຕົ້ນຕໍ່ຂອງກົດໝາຍຢ່າງຈະແຈ້ງ ຊຶ່ງປະທານກອງປະຊຸມ ຂອງແຕ່ລະຄະນະ ກໍຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນ ກໍຄືອຳນາດການປົກຄອງບ້ານຈົ່ງພ້ອມກັນ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃນຄັ້ງນີ້ໃຫ້ກວ້າງຂວາງ, ເລິກເຊິ່ງຂຶ້ນ ດ້ວຍການສືບຕໍ່ລົງໂຄສະນາເຜີຍແຜ່ບັນດາເນື້ອໃນຈິດໃຈຂອງກົດໝາຍ ເຂົ້າສູ່ລົງເລີກໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດສິດ, ພາລະບົດບາດໜ້າທີ່ວຽກງານຂອງຕົນ ໂດຍຮູບແບບເຜີຍແຜ່ ຜ່ານລະບົບໂທລະໂຄ່ງຂອງບ້ານໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຢ່າງທົ່ວເຖິງອີກດ້ວຍ.