ສະພາປະຊາຊົນແຂວງສະຫວັນນະເຂດ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ.

ມ.ຖ. 13, 2025 | ເຂດ 13 ສະ​ຫວັນນະເຂດ

ໃນວັນທີ 10 ຫາ11  ມີນາ  2025 ທ່ານກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 03 ກຸ່ມບ້ານ ຂອງ 3 ເມືອງຄື: ກຸ່ມບ້ານຜາຂະເຍາະ ເມືອງວິລະບູລີ, ກຸ່ມບ້ານແດນສະຫວັນ ເມືອງເຊໂປນ ແລະ ກຸ່ມບ້ານຕັງອາໄລ ເມືອງນອງ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ ມີທ່ານຮອງເຈົ້າເມືອງ,ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ບັນດາທ່ານກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ-ຕໍາຫຼວດ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຕະຫຼອດຮອດອໍານາດການປົກຄອງກຸ່ມບ້ານ ແລະ ພໍ່ແມ່ປະຊາຊົນໃນກຸ່ມບ້ານທີ່ລົງເຄື່ອນໄຫວເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ຈຸດປະສົງເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນພາຍໃນກຸ່ມບ້ານໄດ້ຮັບຮູ້, ເຂົ້າໃຈເຖິງບັນດາດໍາລັດ, ກົດໝາຍ ແລະ ລະບຽບການທີ່ສຳຄັນຂອງກົດໝາຍ ທີ່ຕິດພັນກັບການລົງຊີວິດຂອງພໍ່ແມ່ປະຊາຊົນ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸ່ມໄດ້ຮັບຟັງການນຳສະເໜີ ແລະ ເຜີຍແຜ່ (ບາງມາດຕາ) ຂອງກົດໝາຍວ່າດ້ວຍການແກ້ຄໍາຮ້ອງທຸກໂດຍທ່ານ ພັທ ພູມີດາວວອນ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ຈາກນັ້ນ ທ່ານ ຄຳໝື່ນ ຂັນທະວົງ ຮອງເລຂາທິການ ສະພາປະຊາຊົນແຂວງ ກໍໄດ້ຂຶ້ນນຳສະ  ເໜີ ແລະ ເຜີຍແຜ່ (ບາງມາດຕາ) ຂອງກົດໝາຍວ່າດ້ວຍການສະພາປະຊາຊົນຂັ້ນແຂວງ ນອກຈາກນີ້ ພະນັກງານຂອງຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍັງໄດ້ສືບຕໍ່ນຳສະເໜີ ແລະ ເຜີຍແຜ່ (ບາງມາດຕາ) ປະມວນກົດໝາຍແພ່ງ ແລະ (ບາງມາດຕາ) ປະມວນກົດໝາຍອາຍາ ພາຍຫຼັງສິ້ນສຸດການນໍາສະເໜີ ແລະ ເຜີຍແຜ່ແລ້ວ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງນີ. ຜ່ານການສົນທະນາແລປຽນຄໍາຄິດ-ຄໍາເຫັນໆວ່າຜູ້ເຂົ້າຮ່ວມກອງປະຊຸມມີຄວາມສົນໃຈ ກ່ຽວກັບກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ເປັນສ່ວນຫຼາຍ ຊຶ່ງບັນດາທ່ານທີ່ຂຶ້ນນໍາສະເໜີ ແລະ ເຜີຍແຜ່ກົດໝາຍ ກໍໄດ້ໃຫ້ຄວາມກະຈາງແຈ້ງໃນແຕ່ລະບັນຫາ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ຕໍ່ກັບວິທີການ, ຂັ້ນຕອນຂອງຍື່ນຄຳຮ້ອງຂໍຄວາມທຳ ອີກດ້ວຍ.

ໃນວາລະສຸດທ້າຍ ທ່ານ ກົງແກ້ວ ມີວໍລະຈັກ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກຕໍ່ການຈັດຕັ້ງຂອງເມືອງ ກໍຄືການຈັດຕັ້ງຂອງກຸ່ມບ້ານ, ພໍ່ແມ່ປະຊາຊົນໃຫ້ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຕ້ອງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີຂອງຕົນໃຫ້ສອດຄ່ອງກັບຫຼັກການ ແລະ ລະບຽບການ ພ້ອມທັງແນະນໍາຂັ້ນຕອນວິທີການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ບັນດາໜ້າວຽກ ທີ່ໄດ້ເຄື່ອນໄຫວຊຸກຍູ້ໃຫ້ບັນລຸໄດ້ຕາມມາດຖານເງື່ອນໄຂ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ແລະໃນໂອກາດທີ່ລົງມາເຄື່ອນໄຫວໂຄສະໜາເຜີຍແຜ່ກົດໝາຍ ປະທານຍັງໄດ້ມອບບິກຈຳນວນໜຶ່ງໃຫ້ແກ່ອຳນາດການປົກຄອງກຸ່ມບ້ານຕັງອາໄລ ເມືອງນອງ ພ້ອມທັງລົດຈັກ 01 ຄັນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຊຶ່ງລົດຈັກດັ່ງກ່າວໄດ້ຮັບການສະໜັບສະໜູນ ຈາກຫ້ອງວ່າການແຂວງ

ນອກຈາກນີ້, ທ່ານ ກົງແກ້ວ ມີວໍລະຈັກ ຍັງໄດ້ສືບຕໍ່ເຮັດວຽກຮ່ວມກັບກອງເລຂາຮັບຜິດຊອບ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານຮອບດ້ານ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຢູ່ສອງຈຸດສຸມຄື:ຕັງອາໄລ-ລະແບງ ແລະ ແກ້ງລີ້ນ ທີ່ເມືອງນອງ ໂດຍມີຄະນະນຳຂອງເມືອງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ຫ້ອງການເມືອງເຂົ້າຮ່ວມ ຊຶ່ງໄດ້ຮັບຟັງການລາຍງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ ໂຄງການກໍ່ສ້າງຂົວຫ້ວຍລະນິງ  ແລະ ໂຄງການກໍ່ສ້າງນ້ຳປະປາ ບ້ານແກ້ງລີ້ນ ຕື່ມອີກ.