loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງສະຫວັນນະເຂດ ລົງເຄື່ອນໄຫວເຜີຍແຜ່ 03 ກົດໝາຍ ຢູ່03 ເມືອງ.

ກ.ຍ. 19, 2024 | ເຂດ 13 ສະ​ຫວັນນະເຂດ

ໃນລະຫວ່າງວັນທີ 16 ຫາ 18  ກັນຍາ 2024ນີ້,  ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວເຜີຍແຜ່ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ຢູ່ 03 ເມືອງ ຄື:ເມືອງທ່າປາງທອງ, ເມືອງຈໍາພອນ ແລະ ເມືອງອາດສະພັງທອງ  ເຊີ່ງນໍາພາໂດຍທ່ານ ຄໍາຜັນ ຄູນສະຫວັນ ຄະນະປະຈໍາພັກແຂວງ  ຮອງປະທານສະພາປະຊາຊົນແຂວງ ພ້ອມຄະນະ. ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີເລຂາ-ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການອ້ອມຂ້າງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ພະນັກງານລັດຖະກອນ ຕະຫຼອດຮອດອຳນາດການປົກຄອງບ້ານທັງ 03 ເມືອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນທີ່ປະຊຸມ ທ່ານ ພູທອນ ພຸດທະຂັນຕິ ຄະນະປະຈຳສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນສະເໜີ ແລະ  ເຜີຍແຜ່ ກົດໝາຍວ່າດ້ວຍການສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ຈາກນັ້ນ ທ່ານ ສະແຫວງ ນັນທະວົງ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກໍາມະການຍຸຕິທໍາ ແລະ  ປກຊ-ປກສ ກໍໄດ້ຂຶ້ນສະເໜີ ແລະ ເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ນອກຈາກນີ້ ພະນັກງານຂອງຄະນະກຳມະການຍຸຕິທຳ ແລະ  ປກຊ-ປກສ ຍັງໄດ້ຂຶ້ນສະເໜີ ແລະ ເຜີຍແຜ່ກົດໝາຍ ວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພາຍຫຼັງສິ້ນສຸດການນໍາສະເໜີ ແລະ ເຜີຍແຜ່ແລ້ວ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບກົດໝາຍທັງ 03 ສະບັບຕື່ມອີກ.

ຜ່ານການສົນທະນາແລປຽນຄໍາຄິດ-ຄໍາເຫັນໆວ່າຜູ້ເຂົ້າຮ່ວມກອງປະຊຸມມີຄວາມສົນໃຈ ກ່ຽວກັບກົດ   ໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ເປັນຫຼາຍ ຊຶ່ງບັນດາທ່ານທີ່ຂຶ້ນນໍາສະເໜີ ແລະ ເຜີຍແຜ່ກົດໝາຍ ກໍໄດ້ໃຫ້ຄວາມກະຈາງແຈ້ງໃນແຕ່ລະບັນຫາ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈຕື່ມອີກ.

ໃນວາລະສຸດທ້າຍຂອງກອງປະຊຸມ ທ່ານຄຳຜັນ ຄູນສະຫວັນ ປະທານກອງປະຊຸມ ກໍຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ໃຫ້ກວ້າງຂວາງ, ເລິກເຊິ່ງຂຶ້ນດ້ວຍການສືບຕໍ່ລົງໂຄສະນາເຜີຍແຜ່ບັນດາເນື້ອໃນຈິດໃຈຂອງກົດໝາຍ ທັງ 03 ສະບັບ ເຂົ້າສູ່ລົງເລີກໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດສິດ,ພາລະບົດບາດໜ້າທີ່ວຽກງານຂອງຕົນອີກດ້ວຍ.