ໃນວັນທີ 14 ຕຸລາ 2025 ທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາປິ່ນເຕີ ຈໍານວນ 1 ຊຸດ ໄປມອບໃຫ້ປກສ ກຸ່ມຊຽງ ເມືອງຄູນ ແລະ ເຄື່ງກິລາ ຈໍານວນ 50 ຊຸດ ໄປມອບໃຫ້ ນັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໂດຍການກ່າວມອບ ຂອງທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງ ແລະ ການກ່າວຮັບຂອງ ທ່ານ ຄໍາແສນ ນະເມືອງເໜືອ ຫົວໜ້າ ປກສ ກຸ່ມຊຽງ ເມືອງຄູນ ແລະ ຕ່າງໜ້ານັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໂດຍຊ່ອງໜ້ານັກສຶກສາ, ຕໍາຫຼວດ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເພື່ອເປັນການປະກອບສ່ວນເຂົ້າໃນກນປະຕິບັດໜ້າທີ່ວຽກງານຂອງປກສ ກຸ່ມຊຽງ ແລະ ນັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ ປິ່ນເຕີ 1 ຊຸດ ແລະ ເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າທັງໝົດ 10.500.000 ກີບ ເຊິ່ງເຄື່ອງດັ່ງກ່າວແມ່ນສະມາຊິກສະພາປະຊາຊົນແຂວງ ເປັນຜູ້ລະດົມຂົນຂວາຍຈາກບໍລິສັດຫວາພາບ ພັດທະນາກະສິກໍາ ແລະ ຟາມລ້ຽງສັດຈໍາກັດຜູ້ດຽວ. ໃນພິທີ ທ່ານ່ອພັກລໍຖ້າເກີດລູກ ນາງ ສົມພອນ ໂສພິລາວັນ ໄດ້ມີຄໍາເຫັນໂອ້ລົມຕໍ່ສອງພາກສ່ວນ ຈົ່ງນໍາເອົາອຸປະກອນດັ່ງກ່າວ ໄປນໍາໃຊ້ໃຫ້ສອດຄ່ອງ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສະດວກຍິ່ງຂຶ້ນກວ່າເກົ່າ ແລະ ຈົ່ງຊ່ວຍກັນປົກຮັກສາ, ຊົມໃຊ້ໃຫ້ໄດ້ຍາວນານ.
ຕ່າງໜ້າປກສ ກຸ່ມ ຊຽງ ແລະ ຕ່າງໜ້ານັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໄດ້ສະແດງຄວາມຂອບໃຈມາຍັງສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ ໃນການຊື້ອຸປະກອນຮັບໃຊ້ວຽກງານ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ ແລະ ປົກປັກຮັກສາອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ຢ່າງຍາວນານ ແລະຍັງຫວັງວ່າໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆ ຈາກສະພາປະຊາຊົນແຂວງຕື່ມອີກ ໃນຕໍ່ໜ້າ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ